ບັນດາພັກຝ່າຍຊີຣີ ເຫັນດີ ເຊື່ອມຕໍ່ການເຈລະຈາສັນຕິພາບຄືນໃໝ່

ບັນດາພັກຝ່າຍຊີຣີ ເຫັນດີ ເຊື່ອມຕໍ່ການເຈລະຈາສັນຕິພາບຄືນໃໝ່ - ảnh 1
ຜູ້​ຕາງ​ໜ້າ​ບັນດາກຸ່ມ​ຝ່າຍ​ຄ້ານ Ahmed Moaz al Khatib
(ພາບອີນເຕີແນດ)


(vovworld) –  ຕາມ​ບົດລາຍ​ງານ​ທີ່​ປະກາດ​​ໃນ​ວັນ​ທີ 02/12, ບັນດາ​ພັກຝ່າຍຊີ​ຣີ ​ໄດ້​ຢັ້ນຢືນ​ບັນລຸ​ໄດ້​ຂໍ້​ຕົກລົງ​ເບື້ອ​ງຕົ້ນ​ໃນ​ການເຊື່ອມ​ຕໍ່​ການ​ເຈລະຈາ​ສັນຕິພາບ​ຄືນ​ໃໝ່ ພາຍ​ຫຼັງຄວາມມານະ​ພະຍາຍາມ​ລະຫວ່າງ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຊີຣີ Walid al Muallem ​ແລະ ຜູ້​ຕາງ​ໜ້າ​ບັນດາກຸ່ມ​ຝ່າຍ​ຄ້ານ Ahmed Moaz al Khatib, ຢູ່​ມົດສກູ, ​ເມື່ອ​ເດືອນ 11 ຜ່ານ​ມາ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ Khatib, ການ​ນຳ​ພັນທະ​ມິດ​ຊົນ​ຊາດ​ຊີຣີ ​ໄດ້​ຮຽກຮ້ອງ​ໃຫ້​ຈັດ​ຕັ້ງ​ບັນດາ​ການ​ພົບ​ປະ​ໂດຍ​ກົງ​ກັບ​ລັດຖະບານ​ຊີຣີ. ທ່ານ Khatib ​ເນັ້ນ​ໜັກ​ວ່າ, ບັນດາ​ພັກ​ຝ່າຍຢູ່​ຊີຣີ ຕ້ອງ​ເຈລະຈາ​ນຳ​ກັນ​ເພື່ອ​ຜົນ​ປະ​ໂຫຍ​ດລວມຂອງ​ປະ​ເທດ​ຊາດ ​ແລະ ປະຊາຊົນ.  ຕາມ​ທ່ານ Bouthaina Shaaban, ທີ່​ປຶກສາ​ຂອງ​ປະທານາທິບໍດີ​ຊີຣີ, ພ້ອມ​ທັງ​ເປັນ​ສະມາຊິກ​ຄະນະ​ເຈລະຈາ​ຊີຣີ​ ​ແລ້ວ, ລັດ​ເຊຍ ຢາກ​ໃຫ້​ບັນດາ​ຝ່າຍ​ບັນລຸ​ໄດ້​ຂໍ້​ຕົກລົງ​ເບື້ອ​ງຕົ້ນ​ເພື່ອ​ສ້າງ​ປະ​ຖົມ​ປັດ​ໃຈ​ໃນ​ການ​ຊອກ​ຫາ​ບັນດາ​ມາດ​ຕະການ​ແກ້​ໄຂ​ດ້ານ​ການ​ເມືອງ ຜ່ານ​ການ​ເຈລະຈາ​ໃຫ້​ແກ່​ວິ​ກິດ​ການ​ຢູ່​ປະ​ເທດ​ນີ້. ​ແຕ່​ວ່າ, ມາ​ຮອດ​ປະຈຸ​ບັນ, ບັນດາ​ພັກ​ຝ່າຍ​ຄ້ານ​ຢູ່​ຊີ​ຮີ ຍັງ​ຍົກ​ອອກ​ເງື່ອນ​ໄຂ​ແມ່ນ ທ່ານ​ປະທານາທິບໍດີ Bashar al Assad, ຕ້ອງ​ລາ​ອອກ​ຈາກ​ຕຳ​ແໜ່​ງ ​ແລະ ສ້າງ​ຕັ້ງ​ລັດຖະບານ​​ໃໝ່​ແນ​ໃສ່​ຢຸດ​ຕິ​ການ​ປະ​ທະ​ກັນ.

ຂ່າວ/ບົດ​ອື່ນ