ບັນດາພັກຝ່າຍ ກຳປູເຈຍ ຍັງຄົງບໍ່ລົງລອຍກັນກ່ຽວກັບຜົນການເລືອກຕັ້ງສະພາແຫ່ງຊາດ ຊຸດທີ 5
ທ່ານ Hunsen (ເບື້ອງຂວາ) ແລະ ທ່ານ Sam Rainsy (ເບື້ອງຊ້າຍ) ເມື່ອປີ 2008
(ພາບ: Phnom Penh Post)
(vovworld) – ການປະຊຸມເມື່ອວັນທີ 14/9 ທີ່ໄດ້ຮັບຄວາມລໍຄອຍຈາກຫາງສຽງລະຫວ່າງພະບາດສົມເດັດພະເຈົ້າມະຫາຊີວິດ ກຳປູເຈຍ Norodom Sihamoni ກັບທ່ານນາຍົກລັດຖະມົນຕີ ທັງເປັນຮອງປະທານພັກປະຊາຊົນ ກຳປູເຈຍ (CPP) ກຳອຳນາດ, ທ່ານ Hunsen ແລະ ຜູ້ນຳພັກກູ້ຊາດ ກຳປູເຈຍ (CNRP) ຝ່າຍຄ້ານ, ທ່ານ Sam Rainsy, ສິ້ນສຸດລົງແຕ່ບໍ່ບັນລຸໝາກຜົນໃດ. ກອງປະຊຸມນີ້ຖືກດຳເນີນໄປຕາມພະລາຊະດຳລັດຂອງພະບາດສົມເດັດ ເພື່ອແນໃສ່ “ແກ້ໄຂບັນດາບັນຫາຂອງປະເທດຊາດ” ພາຍຫຼັງການເລືອກຕັ້ງສະພາແຫ່ງຊາດຊຸດທີ 5. ມີເຈົ້າໜ້າທີ່ຂັ້ນສູງທ່ານໜຶ່ງຂອງ CPP ໃຫ້ຮູ້ວ່າ: ສາຍເຫດພາໄປເຖິງກອງປະຊຸມບໍ່ບັນລຸຂໍ້ຕົກລົງໃດໆ, ນັ້ນຍ້ອນວ່າທັດສະນະຂອງ 2 ຝ່າຍຍັງມີຄວາມແຕກຕ່າງກັນຫຼາຍຢ່າງ. CPP ຈະອອກແຈ້ງຂ່າວກ່ຽວກັບກອງປະຊຸມນີ້ໂດຍໄວ.