(vovworld) - ປະຈຸບັນຢູ່ສະຫະພັນລັດເຊຍ ໄດ້ມີວິສາຫະກິດຂະໜາດໃຫຍ່ ແລະ ນ້ອຍຫຼາຍແຫ່ງຂອງຊາວຕ່າງປະເທດເຄື່ອນໄຫວໃນຂົງເຂດແຕກຕ່າງກັນ. ໃນນັ້ນມີວິສາຫະກິດຫວຽດນາມ ຫຼາຍແຫ່ງທີ່ພວມເຄື່ອນໄຫວຢ່າງມີປະສິດທິຜົນ. ທ່ານ ເຈີນດັງຈູງ, ປະທານສະຫະສະມາຄົມວິສາຫະກິດຫວຽດນາມ ຢູ່ສະຫະພັນລັດເຊຍ ຢືນຢັນຄືແນວນັ້ນ ເມື່ອຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ປະຈຳສະຫະພັນລັດເຊຍ ເນື່ອງໃນໂອກາດທ່ານປະທານາທິບໍດີສະຫະພັນລັດເຊຍ Vladimir Putin ຈະມາຢ້ຽມຢາມຫວຽດນາມ ໃນມໍ່ໆມານີ້.
ຕາມທ່ານ ເຈີນດັງຈູງ ແລ້ວ, ວິສາຫະກິດຫວຽດນາມ ສ່ວນຫຼາຍຢູ່ສະຫະພັນລັດເຊຍເລີ່ມເຄື່ອນໄຫວແຕ່ປີ 1990, ໃນເບື້ອງຕົ້ນແມ່ນດຳເນີນເຂດຄ້າຂາຍນ້ອຍເປັນຕົ້ນ. ມາຮອດປະຈຸບັນ, ບາງວິສາຫະກິດດັ່ງກ່າວໄດ້ເຄື່ອນໄຫວຢ່າງໝັ້ນຄົງ, ພັດທະນາ ແລະ ລົງທຶນເຂົ້າບັນດາຂົງເຂດ. ທ່ານ ເຈີນດັງຈູງ ກ່າວວ່າ.
“ເຂົາເຈົ້າໄດ້ສ້າງວຽກເຮັດງານທຳໃຫ້ຊາວຫວຽດນາມ, ກໍ່ຄືຊາວທ້ອງຖິ່ນ, ໄດ້ມອບພັນທະເຂົ້າງົບປະມານຂອງສະຫະພັນລັດເຊຍ, ໃນຈຳນວນວິສາຫະກິດດີເດັ່ນທີ່ພວມເຄື່ອນໄຫວຢ່າງມີປະສິດທິຜົນຢູ່ສະຫະພັນລັດເຊຍຄື: ທີໜຶ່ງແມ່ນຂົງເຂດອາຫານການກິນ, ທີ 2 ແມ່ນຜະລິດເກີບ ແລະ ໂສ້ງເສື້ອ, ທີ 3 ແມ່ນດຳເນີນທຸລະກິດຄ້າຂາຍຢູ່ບັນດາສູນການຄ້າ...”