ບັນດາສະມາຊິກສະພາແຫ່ງຊາດ ລົງພົບປະກັບຜູ້ມີສິດເລືອກຕັ້ງຢູ່ບັນດາທ້ອງຖິ່ນ

(VOVWORLD) - ໃນວັນດຽວກັນ, ທ່ານ ນາງ ເຈືອງທິ້ມາຍ, ເລຂາສູນກາງພັກ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ, ພ້ອມກັບບັນດາສະມາຊິກສະພາແຫ່ງຊາດ ແຂວງເລີມດົ່ງ
ບັນດາສະມາຊິກສະພາແຫ່ງຊາດ ລົງພົບປະກັບຜູ້ມີສິດເລືອກຕັ້ງຢູ່ບັນດາທ້ອງຖິ່ນ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ພົບປະກັບຜູ້ມີສິດເລືອກຕັ້ງ

ວັນທີ 27 ພະຈິກ, ກ່າວຄຳເຫັນທີ່ການພົບປະກັບຜູ້ມີສິດເລືອກຕັ້ງ ພາຍຫຼັງກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດຊຸດທີ 14, ຢູ່ເທດສະບານເມືອງເບນລຶກ ແລະ ຕາແສງອານແທ້ງ (ເມືອງເບນລຶກ, ແຂວງລອງອານ). ຕອນບ່າຍວັນທີ 27 ພະຈິກ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮວ່າບິ່ງ ຢືນຢັນວ່າ ຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງພັກ, ລັດ ແມ່ນເດັດດ່ຽວປົກປັກຮັກອະທິປະໄຕຜືນແຜ່ນດິນອັນຄົບຖ້ວນສຳລັບເຂດທະເລ, ໝູ່ເກາະ ທີ່ສັກກະລະບູຊາຂອງປະເທດຊາດ. ສະເພາະວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ແລະ ຕ້ານການຟຸມເຟືອຍ, ບັນດາອົງການກ່ຽວຂ້ອງໄດ້ຍູ້ແຮງ ແລະ ສືບຕໍ່ປະຕິບັດຢ່າງຂຸ້ນຂ້ຽວກວ່າ ໃນໄລຍະຈະມາເຖິງ.

        ໃນວັນດຽວກັນ, ທ່ານ ນາງ ເຈືອງທິ້ມາຍ, ເລຂາສູນກາງພັກ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ, ພ້ອມກັບບັນດາສະມາຊິກສະພາແຫ່ງຊາດ ແຂວງເລີມດົ່ງ, ໄດ້ລົງພົບປະກັບຜູ້ມີສິດເລືອກຕັ້ງຢູ່ວິທະຍາຄານທະຫານບົກ ດາລາດ ແລະ ພະນັກງານ, ລັດຖະກອນ, ກຳລັງປະກອບອາວຸດ ກວ່າ 300 ຄົນ ທີ່ພວມປະຕິບັດໜ້າທີ່ຢູ່ ນະຄອນດາລາດ, ແຂວງເລີມດົ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ