ບັນດາສາສະນິກະຊົນສາສະໜາປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດພັດທະນາປະເທດຊາດ
ການພົບປະກັບສະມາຊິກສະພາແຫ່ງຊາດ
ທີ່ມີຍົດຖາບັນດາສັກໃນສາສະໜາ
(vovworld) - ຕອນເຊົ້າວັນທີ 8/11, ຢູ່ ຮ່າໂນ້ຍ, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍສູນກາງ, ໄດ້ມີການພົບປະກັບສະມາຊິກສະພາແຫ່ງຊາດທີ່ມີຍົດຖາບັນດາສັກໃນສາສະໜາທີ່ພວມເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 14. ທີ່ການພົບປະ, ບັນດາສະມາຊິກສະພາແຫ່ງຊາດທີ່ມີຍົດຖາບັນດາສັກຂອງສາສະໜາຢືນຢັນຈະສືບຕໍ່ປະກອບບັນດາຄຳເຫັນຢ່າງສຸດຈິດສຸດໃຈໃສ່ຮ່າງກົດໝາຍວ່າດ້ວຍການເຫຼື້ອມໃສ, ສາສະໜາ ເຊິ່ງສະພາແຫ່ງຊາດພວມພິຈາລະນາ, ຮັບຮອງເອົາທີ່ກອງປະຊຸມສະໄໝສາມັນເທື່ອທີ 2, ຖືວ່ານີ້ແມ່ນການປະກອບສ່ວນອັນໃຫຍ່ຫຼວງເພື່ອການພັດທະນາຂອງສາສະໜາຢູ່ ຫວຽດນາມ. ພ້ອມທັງສະແດງຄວາມເຊື່ອໝັ້ນຢ່າງເດັດຂາດຕໍ່ແນວທາງຊີ້ນຳນຳພາຂອງພັກ. ສ່ວນທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍສູນກາງ ກໍ່ຮັບຮູ້ ແລະ ຕີລາຄາສູງການປະກອບສ່ວນຂອງບັນດາສະມາຊິກສະພາແຫ່ງຊາດທີ່ມີຍົດສັກບັນດາສັກ, ສາສະໜາ. ພ້ອມທັງຢືນຢັນວ່າ, ການປະກອບສ່ວນຂອງບັນດາສະມາຊິກສະພາແຫ່ງຊາດທີ່ມີຍົດຖາບັນດາສັກ, ສາສະໜາ ບໍ່ພຽງແຕ່ແມ່ນບັນດາບັນຫາກ່ຽວຂ້ອງເຖິງຂົງເຂດສາສະໜາເທົ່ານັ້ນ, ຫາກຍັງແມ່ນບັນດາບັນຫາເສດຖະກິດ - ສັງຄົມອີກດ້ວຍ. ທ່ານນາງ ເຊື່ອໝັ້ນວ່າ, ບັນດາສະມາຊິກສະພາແຫ່ງຊາດທີ່ມີຍົດຖາບັນດາສັກ, ສາສະໜາ ສືບຕໍ່ປະຕິບັດສຳເລັດໜ້າທີ່ຮັບຜິດຊອບຂອງຕົນ, ເປັນຕົວແທນໃຫ້ບັນດາສາສະນິກະຊົນສາສະໜາ, ປະກອບຄຳເຫັນຢ່າງແທດຈິງ, ໃນບົດບາດເປັນຕົວແທນຂອງປະຊາຊົນ, ໄດ້ຮັບຄວາມເຊື່ອໝັ້ນ, ການເລືອກຕັ້ງຈາກປະຊາຊົນເປັນສະມາຊິກສະພາແຫ່ງຊາດ.