(vovworld) – ບັນດາອົງການ, ສ່ວນບຸກຄົນແຜ່ບໍລິຈາກເງິນຈຳນວນ 9 ຕື້ດົງ ເພື່ອກໍ່ສ້າງໂຮງຮຽນໃນເກາະ ສິງໂຕນ, ນີ້ແມ່ນບ້ວງເງິນເຊິ່ງໂຄງການເຄື່ອນໄຫວ “ເພື່ອນັກຮຽນ ເຈື່ອງຊາ ທີ່ຮັກແພງ” ໄລຍະທີ 1 ໄດ້ຮັບ, ນັບແຕ່ເມື່ອໄດ້ຮັບການປຸກລະດົມໃນວັນທີ 30 ສິງກາ 2013 ມາຮອດປະຈຸບັນ.
ທີ່ພິທີສະຫຼຸບ 1 ປີແຫ່ງການປະຕິບັດໂຄງການເຄື່ອນໄຫວ “ເພື່ອນັກຮຽນ ເຈື່ອງຊາ ທີ່ຮັກແພງ”, ເຊິ່ງດຳເນີນໄປໃນຕອນເຊົ້າວັນທີ 31 ຕຸລາ, ຄະນະຊີ້ນຳໂຄງການເຄື່ອນໄຫວໄດ້ມອບເງິນຈຳນວນ 6 ຕື້ດົງໃຫ້ເມືອງເກາະເຈື່ອງຊາ ເພື່ອກະກຽມບັນດາເງື່ອນໄຂທີ່ຈຳເປັນໃຫ້ແກ່ການເລີ່ມລົງມືກໍ່ສ້າງກິດຈະກຳໃນໄລຍະໄວທີ່ສຸດ ເພື່ອມີໂຮງຮຽນໃນສົກຮຽນ 2014 – 2015. ທ່ານ ມາຍຫງອກເຟື໋ອກ, ຮອງຫົວໜ້າບັນນາທິການໃຫຍ່ໜັງສືພິມ ກົດໝາຍ ນະຄອນໂຮ່ຈິມິນ ຖືວ່າ.
“ນີ້ແມ່ນໂຄງການເຄື່ອນໄຫວທີ່ມີຄວາມໝາຍໃຫຍ່ຫຼວງ. ນອກຈາກເລື່ອງກໍ່ສ້າງໂຮງຮຽນໃຫ້ແກ່ພວກນ້ອງນັກຮຽນເຂດໝູ່ເກາະທີ່ຫ່າງໄກອຸນອ່ຽງໃຈຮໍ່າຮຽນ, ດຳລົງຊີວິດຢູ່ບັນດາເຂດໝູ່ເກາະ ແລ້ວ, ໂຄງການນີ້ຍັງສະແດງໃຫ້ເຫັນນ້ຳໃຈຂອງປະຊາຊົນຢູ່ເຂດດິນຕໍ່ແຜ່ນທີ່ມີຕໍ່ພໍ່ແມ່ປະຊາຊົນເຂດໝູ່ເກາະ, ພວກຂ້າພະເຈົ້າຫວັງວ່າ ບັນດາວິສາຫະກິດ ພ້ອມກັນຊ່ວຍເຫຼືອເພື່ອເຮັດສຳເລັດໂຄງການເຄື່ອນໄຫວເພື່ອນັກຮຽນ ເຈືອງຊາ ທີ່ຮັກແພງ ໄລຍະ 2 ນີ້”.
ໂຄງການເຄື່ອນໄຫວ “ເພື່ອນັກຮຽນ ເຈືອງຊາ ທີ່ຮັກແພງ” ໄລຍະ 2 ມຸ່ງໄປເຖິງຈຸດໝາຍຂົນຂວາຍແມ່ນບໍລິຈາກເງິນ 12 ຕື້ດົງ ເພື່ອກໍ່ສ້າງໂຮງຮຽນໃນເກາະສິງໂຕນ, ເມືອງເກາະເຈື່ອງຊາ.