(ພາບປະກອບ)
(vovworld) – ຕາມກົມລົງທຶນຕ່າງປະເທດ (ກະຊວງແຜນການ ແລະ ການລົງທຶນ), ແຕ່ຕົ້ນປີ 2013 ມາຮອດປະຈຸບັນ, ໄດ້ມີ 22 ໂຄງການລົງທຶນຕ່າງປະເທດໄດ້ຮັບໃນອະນຸຍາດລົງດ້ວຍຍອດຈຳນວນທຶນກວ່າ 720 ລ້ານ USD. ຂອບຂະໜາດເງິນລົງທຶນຈົດທະບຽນສະເລ່ຍແຕ່ລະໂຄງການບັນລຸກວ່າ 32,7 ລ້ານ USD. ໃນໄຕມາດທີ 1 ປີ 2013, ມີ 5 ໂຄງການເພີ່ມເງິນລົງທຶນ, ໃນນັ້ນມີໂຄງການບໍລິສັດຮ່ວມທຸລະກິດ Rusvietpetro ຂອງກຸ່ມບໍລິສັດນ້ຳມັນອາຍແກັດຫວຽດນາມ ຢູ່ລັດເຊຍ, ໂຄງການສຳຫຼວດບໍເກືອຢູ່ລາວ. ຄິດໄລລວມທັງເງິນລົງທຶນຈົດທະບຽນໃໝ່ ແລະ ເພີ່ມເຕີມຂອງບັນດາວິສາຫະກິດຫວຽດນາມ ຢູ່ຕ່າງປະເທດໃນໄຕມາດທີ 1 ປີ 2013 ບັນລຸໄດ້ 2,56 ຕື້ USD.
ການລົງທຶນຂອງບັນດາວິສາຫະກິດຫວຽດນາມ ສຸມໃສ່ຂົງເຂດແຮ່ທາດ, ການບໍລິການພັກຢູ່ອາໄສ, ຖະແຫຼງຂ່າວ ແລະ ໂທລະຄົມ. ເງິນລົງມຶນສຸມໃສ່ຫຼາຍກວ່າໝູ່ແມ່ນຢູ່ສະຫະພັນລັດເຊຍ, ລາວ ແລະ ມຽນມາ.