(vovworld) - ເຈົ້າໜ້າທີ່ສືບລາຊະການລັບການທະຫານຢູ່ຟີລິບປີນ ໃຫ້ຮູ້ວ່າ, ບັນດາມືປືນ ອິດສະລາມຫົວຮຸນແຮງຢູ່ອາຊີຕາເວັນອອກສ່ຽງໃຕ້, ເຄີຍຖະແຫຼງຕໍ່ສູ້ໃຫ້ອົງການລັດອິດສະລາມ (IS) ອ້າງຊື່ເອງ ຢູ່ພາກຕາເວັນອອກາງ, ວັນທີ 23/06 ຖະແຫຼງວ່າ ໄດ້ຄັດເລືອກໜຶ່ງໃນບັນດາເປົ້າໝາຍທີ່ຖືກຊອກຈັບຢ່າງຂ້ຽວຂາດທີ່ສຸດຢູ່ ຟີລິບປີນ ເປັນຫົວໜ້າສາຂາຫົວຮຸນແຮງຢູ່ເຂດນີ້. ແຈ້ງການດັ່ງກ່າວຖືກຍົກອອກມາໃນເທບວີດີໂອ ທາງເຄືອຂ່າຍອີນເຕີແນັດໃນອາທິດກ່ອນ. ໃນເທບວີດີໂອຍາວ 20 ນາທີ, ມີເປົ້າໝາຍຄົນໜຶຶ່ງເຊິ່ງເຈົ້າໜ້າທີີມາເລເຊຍ ຢືນຢັນວ່າແມ່ນ Mohd Rafi Udin, ເຄີຍເປັນກະບົດຊາວມາເລເຊຍ ພວມຢູ່ຊີຣີ, ໄດ້ຖະແຫຼງວ່າ “ຖ້າຫາກອ້າຍນ້ອງບໍ່ສາມາດໄປ (ຊີຣີ) ໄດ້, ຈົ່ງເຕົ້າໂຮມກັນເຂົ້າ ແລະ ໄປຟີລິບປີນ”. Udin ກໍຮຽກຮ້ອງຊາວອິດສະລາມ ເຕົ້າໂຮມກັນພາຍໃຕ້ການຊີ້ນຳຂອງ Abu Abdullah, ຫົວໂປຂອງກຸ່ມມຸດສະລິມຫົວຮຸນແຮງ ຢູ່ພາກໃຕ້ຟີລິບປີນ. Abu Abdullah ຖືກຖືວ່າພວມລີ້ຕົວຕາເຂດ ພູຢູ່ເກາະ Basilan ໃນເຂດ Mindanao, ທາງພາກໃຕ້ຟີລິບປີນ.