(vovworld) – ທີ່ການພົບປະຄັ້ງສຸດຍອດເຊິ່ງດຳເນີນໄປໃນຕອນເຊົ້າວັນທີ 17/10 ລະຫວ່າງປະທານາທິບໍດີອາເມລິກາ Barack Obama ແລະ ທ່ານນາງປະທານາທິບໍດີສ.ເກົາຫຼີ Park Geun hye ທີ່ພວມຢ້ຽມຢາມອາເມລິກາ ຢ່າງເປັນທາງການ, 2 ຝ່າຍໄດ້ເຕື້ອງເຖິງການເຊື່ອມຕໍ່ວິວັດການເຈລະຈາ 2 ຝ່າຍກ່ຽວກັບບັນຫານິວເຄຼຍໃນແຫຼມເກົາຫຼີ, ເຊິ່ງຖືກຢຸດຕິເມື່ອເດືອນ 12/2008. ກ່າວຄຳເຫັນທີ່ການປະຊຸມຂ່າວຮ່ວມພາຍຫຼັງການເຈລະຈາ, ປະທານາທິບໍດີ Barack Obama ຖະແຫຼງວ່າ, ວໍຊິງຕັນ ຈະເຂົ້າຮ່ວມການເຈລະຈາຢ່າງທັນທີ ຖ້າພຽງຢາງ ປາດຖະໜາຢາກມີການເຈລະຈາຢ່າງເຂັ້ມງວດ ກ່ຽວກັບການປະລະໂຄງການນິວເຄຼຍ ຂອງຕົນ. ສ່ວນທ່ານນາງ Park Geun hye ໃຫ້ຮູ້ວ່າ, ນອກຈາກຫົວຂໍ້ນິວເຄຼຍ ໃນແຫຼມເກົາຫຼີ, ການນຳ 2 ທ່ານຍັງປຶກສາຫາລືບັນດາມາດຕະການເພິ່ມທະວີການພົວພັນ ພັນທະມິດສ.ເກົາຫຼີ - ອາເມລິກາ, ບັນຫາພາກພື້ນ ແລະ ສາກົນ.