ບັນຫາ Brexit: ອັງກິດ, EU ສືບຕໍ່ເຈລະຈາກ່ຽວກັບອະນາຄົດຂອງການພົວພັນສອງຝ່າຍ
(VOVWORLD) - ກ່າວຄຳເຫັນຢູ່ສະພາແຫ່ງຊາດອັງກິດ, ທ່ານນາງ May ໄດ້ຊີ້ແຈ້ງວ່າສອງຝ່າຍພວມສືບຕໍ່ເຈລະຈາກ່ຽວກັບອະນາຄົດຂອງການພົວພັນ ອັງກິດ - EU ຫລັງ Brexit
ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May |
ວັນທີ 21 ພະຈິກ, ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ໃຫ້ຮູ້ວ່າ: ປະເທດນີ້ພ້ອມກັບສະຫະພາບເອີລົບ (EU) ຍັງຢູ່ໃນໄລຍະເຈລະຈາກ່ຽວກັບຖະແຫຼງການການເມືອງໃຫ້ແກ່ການພົວພັນໃນອະນາຄົດລະຫວ່າງສອງຝ່າຍພາຍຫຼັງ ອັງກິດ ຖອນຕົວອອກຈາກ EU, ຫຼືເອີ້ນວ່າ Brexit. ກ່າວຄຳເຫັນຢູ່ສະພາແຫ່ງຊາດອັງກິດ, ທ່ານນາງ May ໄດ້ຊີ້ແຈ້ງວ່າສອງຝ່າຍພວມສືບຕໍ່ເຈລະຈາກ່ຽວກັບອະນາຄົດຂອງການພົວພັນ ອັງກິດ - EU ຫລັງ Brexit ດ້ວຍຈຸດປະສົງບັນລຸໄດ້ຂໍ້ຕົກລົງທີ່ດີ ແລະ “ເໝາະສົມກັບ ອັງກິດ”.
ກໍ່ໃນວັນທີ 21 ພະຈິກ, ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ມີການພົບປະກັບທ່ານປະທານຄະນະກຳມະການເອີລົບ (EC) Jean Claude – Junke ຢູ່ ບຣຸກແຊນ ເພື່ອແລກປ່ຽນ ແລະ ປຶກສາຫາລືລາຍລະອຽດຄັ້ງສຸດທ້າຍຂອງຂໍ້ຕົກລົງ Brexit.