ບັນຫາ Brexit: ອີຢູ ແລະ ອັງກິດ ຢືນຢັນຍັງມີຄວາມບໍ່ລົງລອຍກັນຢ່າງໃຫຍ່ຫຼວງໃນການເຈລະຈາ

(VOVWORLD) -ເລື່ອງບັນລຸໄດ້ຂໍ້ຕົກລົງດ້ານການຄ້າພາຍຫຼັງ Brexit ແມ່ນຂຶ້ນກັບຝ່າຍອີຢູ

ບັນຫາ Brexit: ອີຢູ ແລະ ອັງກິດ ຢືນຢັນຍັງມີຄວາມບໍ່ລົງລອຍກັນຢ່າງໃຫຍ່ຫຼວງໃນການເຈລະຈາ - ảnh 1ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson

(ພາບ: AFP/TTXVN)

ຍັງມີຄວາມບໍ່ລົງລອຍກັນລະຫວ່າງສະຫະພາບເອີລົບ (ອີຢູ) ແລະ ອັງກິດ ສຳລັບຂໍ້ຕົກລົງການຄ້າເສລີພາຍຫຼັງ Brexit (ອັງກິດ ຖອນອອກຈາກ ອີຢູ). ຖະແຫຼງການດັ່ງກ່າວເຊິ່ງທັງ 2 ຝ່າຍຍົກອອກມາໃນວັນທີ 27 ພະຈິກ, ໃນສະພາບທີ່ທ່ານ Michel Barnier, ຫົວໜ້າຄະນະເຈລະຈາອີຢູ ກ່ຽວກັບ Brexit ກະກຽມຈະໄປລອນດອນ ເພື່ອມານະພະຍາຍາມກອບກູ້ເອົາວິກິດການ Brexit ທີ່ແກ່ຍາວເປັນເວລາ 5 ປີ. ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ຢືນຢັນວ່າ, ລອນດອນຈະມານະພະຍາຍາມຮັດແຄບບັນດາຄວາມບໍ່ລົງລອຍກັນດັ່ງກ່າວ. ທ່ານຖືວ່າ, ເລື່ອງບັນລຸໄດ້ຂໍ້ຕົກລົງດ້ານການຄ້າພາຍຫຼັງ Brexit ແມ່ນຂຶ້ນກັບຝ່າຍອີຢູ.

        ຕາມວົງການນັກໄຈ້ແຍກແລ້ວ, ຖ້າຫາກວ່າທັງ 2 ຝ່າຍບໍ່ບັນລຸໄດ້ຂໍ້ຕົກລົງ ເພື່ອໃຫ້ສັດຕະຍາບັນກ່ອນວັນທີ 31 ທັນວາ ຈະມາເຖິງນີ້, ການເຄື່ອນໄຫວດ້ານການຄ້າລະຫວ່າງອີຢູ ແລະ ອັງກິດ ຈະຖືກພາສີກີດຂວາງ ແລະ ບັນດາວິສາຫະກິດຂອງທັງ 2 ຝ່າຍ, ໂດຍສະເພາະແມ່ນຝ່າຍອັງກິດ ຈະຖືກເສຍຫາຍຢ່າງໃຫຍ່ຫຼວງ.

ຕອບກັບ

ຂ່າວ/ບົດ​ອື່ນ