(vovworld) – ບັ້ນທີ 1 - ແຕ່ວັນທີ 13/3 ຫາວັນທີ 17/3/1954: ຕອນບ່າຍວັນທີ 13/3, ເປີດສາກບັ້ນຮົບ. ໃນບັ້ນຮົບທີ 1, ກອງທັບ ຫວຽດນາມ ໄດ້ດັບສູນທີ່ໝັ້ນ ຮິມລາມ, ດົກເລີບ ແລະ ບ້ານແກ໋ວ, ມ້າງທຳລາຍປະຕູທາງພາກເໜືອຂອງ ກຸ່ມທີ່ໝັ້ນດ້ຽນບຽນຝູ, ຄຸກຄາມສະໜາມບິນ ເມື່ອງແທງ.
ບັ້ນທີ 2 - ແຕ່ວັນທີ 30/3 ຮອດວັນທີ 30/4/1954, ກອງທັບ ຫວຽດນາມ ໄດ້ບຸກໂຈມຕີບັນດາກຸ່ມທີ່ໝັ້ນທາງພາກຕາເວັນອອກຂອງເຂດໃຈກາງ ເພື່ອຮັດແຄບວົງລ້ອມ, ຄວບຄຸມສະໜາມບິນ ເມື່ອງແທງ, ສະກັດກັ້ນການລຳລຽງຂອງ ສັດຕູໃຫ້ກຸ່ມທີ່ໝັ້ນ. ນີ້ແມ່ນບັ້ນບຸກໂຈມຕີທີ່ແກ່ຍາວໃນຫຼາຍວັນທີ່ສຸດ, ດຸເດືອດທີ່ສຸດ ແລະ ຫຍຸ້ງຍາກທີ່ສຸດ. 2 ຝ່າຍໄດ້ຍາດແຍ່ງດິນແຕ່ລະນິ້ວ, ຂຸມຄອງແຕ່ລະຕອນ. ພາຍຫຼັງການບຸກໂຈມຕີທີ 2, ເຂດໃຈກາງ ດ້ຽນບຽນຝູ ຕົກຢູ່ໃນໄລຍະຍິງຂອງກອງປືນໃຫຍ່ ຫວຽດນາມ. ທະຫານ ຝຣັ່ງ ຖືກຕົກເຂົ້າສູ່ທ່າຮັບ ແລະ ເສຍຈິດເສຍໃຈ.
ບັ້ນທີ 3 - ແຕ່ວັນທີ 1/5 ຮອດວັນທີ 7/5/1954, ກອງທັບ ຫວຽດນາມ ໄດ້ໂຈມຕີ ແລະ ຢືດຄອງບັນດາທີ່ໝັ້ນທາງທິດຕາເວັນອອກ ແລະ ເປີດການບຸກໂຈມຕີເຂົ້າ ກຸ່ມທີ່ໝັ້ນດ້ຽນບຽນຝູ. ຕອນຄຳ່ວັນທີ 6/5/1954, ຢູ່ ໂນນ A1, ກອງທັບ ຫວຽດນາມ ໄດ້ບຸກໂຈມຕີ ດັບສູນບັນດາປ້ອມໝັ້ນ ແລະ ໃຊ້ດິນລະເບີດທຳລາຍບັນດາຂຸມຄອງໃຕ້ດິນຖາວອນຂອງສັດຕູ. ຮອດເວລາ 17 ໂມງ 30 ນາທີ ວັນທີ 7/5/1954, ກອງທັບ ຫວຽດນາມ ໄດ້ຢືດຄອງຂຸມບັນຊາຂອງ ຝຣັ່ງ, ນາຍພົນ Christian de Castries ພ້ອມກັບກອງເສນາທິການ ແລະ ທະຫານຢູ່ກຸ່ມທີ່ໝັ້ນ ດ້ຽນບຽນຝູ ທັງໝົດຕ້ອງອອກຍອມຈຳນົນ. ຄັນທຸງ ໄຊຊະນະຂອງກອງທັບ ຫວຽດນາມ ໄດ້ປິວສະບັດເທິງຂຸມບັນຊາຂອງທະຫານ ຝຣັ່ງ.
ເປັນອັນວ່າ, ພາຍຫຼັງ 56 ວັນ ແລະ ຄືນແຫ່ງການສູ້ຮົບ, ກອງທັບ ແລະ ປະຊາຊົນ ຫວຽດນາມ ໄດ້ທັບມ້າງ ກຸ່ມທີ່ໝັ້ນ ດ້ຽນບຽນຝູທັງໝົດ, ດັບສູນ ແລະ ຈັບຕົວທະຫານຝຣັ່ງ 16.200 ຄົນ, ຍິງເຮືອບິນຕົກ 62 ລຳ, ຖອນຄືນອາວຸດ, ລູກປືນ ແລະ ເຄື່ອນອະປະໂພກ, ອຸປະກອນທັງໝົດຂອງສັດຕູ.