ບຸນເຕັດສ້າງຄວາມອົບອຸ່ນໃຫ້ທຸກຄົນ, ທຸກຄອບຄົວ

ບຸນເຕັດສ້າງຄວາມອົບອຸ່ນໃຫ້ທຸກຄົນ, ທຸກຄອບຄົວ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ມອບຂອງຂວັນໃຫ້ຄົນທຸກຍາກ
(ພາບ: VGP)

(vovworld) - ​ເພື່ອ​ນຳ​ບັນຍາກາດ​ລະດູບານ​ໃໝ່​ມາ​ໃຫ​​້ບັນດາ​ຜູ້​ເປັນ​ພະຍາດ​ຂີ້ທູດ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ (ບຸນ​ເຕັດ) ປີ​ມະ​ແມ. ວັນ​ທີ 10/2, ພະ​ແນ​ກ ສາທາລະນະ​ສຸກ​ຮ່າ​ໂນ້ຍ ​ໄດ້​ໄປ​ຢ້ຽມຢາມ ​​ແລະ​ມອບ​ຂອງຂວັນ​ໃຫ້​ຄົນ​ເຈັບ​ເກືອບ 90 ຄົນ​ທີ່​ພວມ​ປິ່ນປົວ​ພະຍາດ​ຢູ່​ພະ​ແນ​ກປິ່ນປົວ​ພະຍາດ​ຂີ້ທູດ, ​ເມືອງ​ກວົກອວາຍ. ​ເນື່ອງ​ໃນ​ໂອກາດ​ນີ້, ຂະ​ແໜງ​ສາທາລະນະ​ສຸກ​ຈັດ​ຕັ້ງ​ການກວດ ​ແລະ ​ໃຫ້​ຄຳ​ປຶກສາ​ດ້ານ​ສຸຂະພາບ ​ແລະ ສະໜອງ​ຢາ​ໂດຍ​ບໍ່​ຕ້ອງ​ເສຍ​ຄ່າ​ໃຫ້ບັນດາ​ເປົ້າ​ໝາຍ​ນະ​ໂຍບາຍ, ຄົນ​ທຸກ​ຍາກ​ໃນ​ບໍລິ​ເວນ​ນະຄອນ​ກວ່າ 14.850 ຄົນ.

        ຄະນະ​ຊີ້​ນຳ​ທາງ​ທິດຕາ​ເວັນ​ຕົກພາກ​ໃຕ້ ສົມທົບ​ກັບ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຈັດ​ຕັ້ງ​ລາຍການ ບຸນ​ເຕັດ​ເພື່ອ​ຄົນ​ທຸກ​ຍາກ​ປີ 2015 ດ້ວຍ​ຫົວ​ຂໍ້​ວ່າ “ລະດູບານ​ໃໝ່​ແຫ່ງ​ຄວາມ​ຮັກ“ ​ໃນ​ຕອນ​ຄຳ່​ວັນ​ທີ 10/2, ຢູ່​ແຂວງ​ບິ່ງ​ເຟືອ​ກ. ​ເຂົ້າ​ຮ່ວມ​ລາຍການ​ມີ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ, ຫົວໜ້າ​ຄະນະ​ຊີ້​ນຳ​​ເຂດທາງ​ທິດຕາ​ເວັນ​ຕົກ​ພາກ​ໃຕ້ ​ໄດ້​ຮຽກຮ້ອງ​ບັນດາ​ວິ​ສາ​ຫະກິດ, ບັນດາ​ຜູ້​ໃຈ​ບຸນ​ໃຈ​ກຸສົນ, ສັງຄົມ​ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ສາມັກຄີ, ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ໃນ​ຊີວິດ.

        “ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້​ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້ ພ້ອມ​ກັບ​ບັນດາ​ກະຊວງ, ຂະ​ແໜ​ງການ​ສູນ​ກາງ, ຄະນະ​ພັກ​ແຂວງ, ຄະນະ​ພັກ​ນະຄອນ, ຄະນະ​ກຳມະການ​ປະຊາຊົນ​ແຂວງ, ນະຄອນ​ໃນ​ເຂດ​ສືບ​ຕໍ່​ປະຕິບັດ​ວຽກ​ງານ​ຮັບປະກັນ​ຊີວິດ​ສັງຄົມ, ລົບ​ລ້າງ​ຄວາມ​ອຶດ​ຫີ​ວ, ຫຼຸດຜ່ອນ​ຄວາມທຸກ​ຍາກ; ​ເບິ່ງ​ແຍງ​ຊີວິດ​ທາງ​ດ້ານ​ວັດຖຸ ​​ແລະ ຈິດ​ໃຈ​ໃຫ້​ແກ່​ປະຊາຊົນ. ບັນດາ​ທ້ອງ​ຖີ່​ນຄວນເອົາ​ໃຈ​ໃສ່​ຢື້​ຢາມ​ຖາມ​ຂ່າວ, ລະດົມ​ກຳລັງ​ໃຈ, ໜູນ​ຊ່ວຍປະຊາຊົນ​ທຸກ​ຊັ້ນ​ວັນນະຢ່າງ​ທັນ​ການ, ພິ​ເສດ​ແມ່ນ​ບັນ​ດາ​ຄອບຄົວ​ທຸກ​ຍາກ, ຜູ້​ປະສົບ​ຄວາມ​ຫຍຸ້ງຍາກ, ຮັບປະ​ກັນເພື່ອ​ໃຫ້​ທຸກ​ຄົນ, ທຸກ​ຄອບຄົວ​ລ້ວນ​ແຕ່​ໄດ້​ຕ້ອນຮັບ​ບຸນ​ເຕັດ​ດ້ວຍ​ຄວາມ​ອົບ​ອຸ່​ນ“.

         ຕອນ​ຄຳ່​ວັນ​ທີ 10/2, ຢູ່​ມະຫາວິທະຍາ​ໄລ​ວິ​ງ, ​ແຂວງ​ເງ້ອານ, ​ໄດ້​ດຳ​ເນີນ​ລາຍການ “ບຸນ​ເຕັດ​ແຫ່ງ​ຄວາມ​ອົບ​ອູ່​ນ​ໃຫ້​ນັກຮຽນ, ນັກ​ສຶກສາທີ່​ທຸກ​ຍາກ - ປີ​ມະ​​ແມ 2015“. ທີ່​ພິທີ​ມີ​ນັກຮຽນ, ນັກ​ສຶກສາທີ່​ທຸກ​ຍາກ 720 ກວ່າ​ຄົນ​ໄດ້​ຮັບ​ຂອງຂວັນ​ບຸນ​ເຕັດ​ດ້ວຍ​ຍອດ​ມູນ​ຄ່າ 300 ລ້ານ​ກວ່າ​ດົ່ງ.

      ສ່ວນ​ແຂວງ​ດັກ​ລັກ, ​ໄດ້​ດຳ​ເນີນ​ລາຍການຮັກ​ແພງ​ມະນຸ​ດດ້ວຍ​ກັນ “ບຸນ​ເຕັດ​ພ້ອມ​ກັບ​ຄົນ​ທຸກ​ຍາກ“. ວັນ​ບຸນ “​ເຂົ້າຕົ້ມ​ຂຽວ“, ມອບ​ຂອງຂວັນ, ​ແຈກ​ຢາຍ​ຢຸກຢາ​ໂດຍ​ບໍ່​ຕ້ອງ​ເສຍ​ຄ່າ​ໃຫ້​ບັນດາ​ຄອບຄົວ​ທີ່​ທຸກ​ຍາກຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ cu Ewi, ​ເມືອງ cu Kiun ​ໃນ​ໂອກາດ​ບຸນ​ເຕັດ​ປີ​ມະ​ແມ 2015.

     ການ​ເຄື່ອນ​ໄຫວ​ຢື້​ຢາມ​ຖາມ​ຂ່າວ, ມອບ​ຂອງຂວັນ, ບັນດາ​ລາຍການ​ບຸນ​ເຕັດ​ໃຫ້​​ເປົ້າ​ໝາຍ​ນະ​ໂຍບາຍ, ບັນດາ​ຄົນ​ງານ, ນັກຮຽນ, ນັກ​ສຶກສາ​ທີ່​ປະສົບກັບຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ​ກໍ່​ດຳ​ເນີນ​ໄປ​ຢູ່​ຫຼາຍ​ທ້ອງ​ຖີ່​ນ​ໃນ​ທົ່ວ​ປະ​ເທດ.

ຂ່າວ/ບົດ​ອື່ນ