(vovworld) – ບໍ່ປະໃຫ້ເກີດສະພາບປະຊາຊົນຊາວເຜົ່າສ່ວນໜ້ອຍຂາດທີ່ດິນທຳການຜະລິດ, ນັ້ນແມ່ນຄຳຢືນຢັນຂອງທ່ານລັດຖະມົນຕີ, ຫົວໜ້າຄະນະກຳມະການຊົນເຜົ່າ ຢ່າງແຊວຝື ໃນລາຍການ “ປະຊາຊົນຖາມ - ລັດຖະມົນຕີຕອບ” ໃນວັນທີ 20/07. ທ່ານລັດຖະມົນຕີ, ຫົວໜ້າຄະນະກຳມະການຊົນເຜົ່າ ຢ່າງແຊວຝື ຖືວ່າ ຊີວິດການເປັນຢູ່ຂອງຊາວຊົນເຜົ່າສ່ວນໜ້ອຍຢູ່ເຂດພູສູງຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ອັດຕາຄອບຄົວທຸກຍາກຍັງຢູ່ໃນລະດັບສູງຢູ່. ໜຶ່ງໃນບັນດາສາຍເຫດຕົ້ນຕໍທີ່ພາໄປເຖິງສະພາບດັ່ງກ່າວແມ່ນຂາດເຂີນແຫຼ່ງກຳລັງ ແລະ ທຶນເພື່ອຈັດຕັ້ງການຜະລິດ. ຕາມທ່ານ ຢ່າງແຊວຝື ແລ້ວ, ປະຈຸບັນ, ທະນາຄານນະໂຍບາຍສັງຄົມຢູ່ບັນດາທ້ອງຖິ່ນໄດ້ມີການແນະນຳຢ່າງລະອຽດກ່ຽວກັບຂັ້ນຕ້ອນ, ລະບຽບການ, ມາດຕະຖານທີ່ໄດ້ກູ້ຢືມທຶນຈັດຕັ້ງການຜະລິດ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກຍົກສູງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ. ຕໍ່ໜ້າຄຳເຫັນທີ່ຖືວ່າ ປະຊາຊົນຊາວເຜົ່າສ່ວນໜ້ອຍຢູ່ເຂດພູດອຍພວມຂາດເຂີນທີ່ດິນທຳການຜະລິດ, ທ່ານລັດຖະມົນຕີ, ຫົວໜ້າຄະນະກຳມະການຊົນເຜົ່າ ຢ່າງແຊວຝື ໃຫ້ຮູ້ວ່າ.
“ທ່ານນາຍົກລັດຖະມົນຕີໄດ້ມອບໜ້າທີ່ໃຫ້ພວກຂ້າພະເຈົ້າເປັນປະທານຊີ້ນຳບັນດາກະຊວງ, ຂະແໜງການເພື່ອກວດກາຄືນບັນດານະໂຍບາຍສຳລັບຊາວເຜົ່າສ່ວນໜ້ອຍຢູ່ເຂດພູດອຍ. ປະຈຸບັນ, ເພື່ອແກ້ໄຂສະພາບຂາດທີ່ດິນທຳການຜະລິດ ບັນດາທ້ອງຖິ່ນຕ້ອງສ້າງຄວາມສົມດຸນດ້ານທີ່ດິນ, ຈັດແບ່ງທີ່ດິນເພື່ອໃຫ້ປະຊາຊົນຫັນປ່ຽນອາຊີບ ແລະ ເປີດກວ້າງບັນດາຂະແໜງການຜະລິດ, ຕິດພັນກັບການສົ່ງອອກແຮງງານ, ສອນວິຊາຊີບເຮັດແນວໃດເພື່ອມີລາຍຮັບ, ຮັບປະກັນຊີວິດສັງຄົມ”.