ລູກສອນໄຟ ຂອງ ສປປ ເກົາຫລີ
ພາບ:internet
|
(vovworld) - ວັນທີ 13/4, ສຳນັກຂ່າວສານ Yonhap ຂອງສເກົາຫລີ ໄດ້ຄັດແຫລ່ງຂ່າວລັດຖະບານຂອງປະເທດນີ້ໃຫ້ຮູ້ວ່າ: ໃນສອງມື້ຜ່ານມາ, ສປປ ເກົາຫລີໄດ້ຢຸດຕິການຍົກຍ້າຍບັນດາພາຫະນະຂົນສົ່ງທີ່ໄດ້ຮັບຖືວ່າແມ່ນບໍລິພັນຍິງລູກສອນໄຟໄລຍະກາງຂອງປະເທດນີ້, ສັນຍານດັ່ງກ່າວສະແດງໃຫ້ເຫັນວ່າ ພຽງຢາງອາດຈະບໍ່ດຳເນີນການຍິງທົດລອງລູກສອນໄຟ. ໃນຂະນະນັ້ນ, ວັນທີ 13/4, ທີ່ການເຈລະຈາກັບລັດຖະມົນຕີການຕ່າງປະເທດ ອາເມລິກາ John Kerry ພວມຢ້ຽມຢາມປັກກີ່ງ, ທ່ານ ຫວາງອີ, ລັດຖະມົນຕີການຕ່າງປະເທດຈີນ ໄດ້ຮຽກຮ້ອງປອດອາວຸດນິວເຄຼຍ, ສ້າງສັນຕິພາບ ແລະ ພົບປະສົນທະນາຢູ່ແຫລມເກົາຫລີ. ທ່ານ ຫວາງອີ ຢືນຢັນວ່າ: ຍາມໃດປັກກີ່ງກໍມີທັດສະນະສະເໝີຕົ້ນສະເຫມີປາຍກ່ຽວກັບບັນຫາໃນແຫລມເກົາຫລີ. ຈີນ ສະຫນັບສະຫນູນແຫລມເກົາຫລີ ປອດອາວຸດນິວເຄຼຍ ແລະ ແກ້ໄຂບັນຫາຜ່ານການພົບປະສົນທະນາ.