ບູລະນະການນຳບາງກຳມາທິການຂອງສະພາແຫ່ງຊາດ
(VOVWORLD) -ບັນດາສະມາຊິກສະພາແຫ່ງຊາດເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດຫວຽດນາມ ຊຸດທີ XIV ໄດ້ປ່ອນບັດເລືອກຕັ້ງການນຳບາງກຳມາທິການສະພາແຫ່ງຊາດ, ເລຂາທິການໃຫຍ່ສະພາແຫ່ງຊາດ.
ກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດຫວຽດນາມ ຊຸດທີ XIV
(ພາບ: TTXVN)
|
ຕອນເຊົ້າວັນທີ 07 ເມສາ, ບັນດາສະມາຊິກສະພາແຫ່ງຊາດເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດຫວຽດນາມ ຊຸດທີ XIV ໄດ້ປ່ອນບັດເລືອກຕັ້ງການນຳບາງກຳມາທິການສະພາແຫ່ງຊາດ, ເລຂາທິການໃຫຍ່ສະພາແຫ່ງຊາດ. ທີ່ການເຮັດວຽກໃນຕອນເຊົ້າ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ ໄດ້ຍື່ນສະເໜີຕໍ່ສະພາແຫ່ງຊາດໃຫ້ສັດຕະຍາບັນເລື່ອງພົ້ນຕຳແໜ່ງສະມາຊິກລັດຖະບານ 13 ທ່ານ. ຕອນບ່າຍວັນດຽວກັນ, ສະພາແຫ່ງຊາດໄດ້ໃຫ້ສັດຕະຍາບັນເລື່ອງພົ້ນຕຳແໜ່ງຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ແລະ ສະມາຊິກອື່ນຂອງລັດຖະບານ ບາງທ່ານ.
ກ່ອນໜ້ານັ້ນ, ຕອນບ່າຍວັນທີ 6 ເມສາ, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ຍື່ນສະເໜີບັນຊີຊາຍຊື່ບັນດາຜູ້ໄດ້ຮັບການແນະນຳ ເພື່ອໃຫ້ສະພາແຫ່ງຊາດເລືອກຕັ້ງຫົວໜ້າບາງກຳມາທິການສະພາແຫ່ງຊາດ, ເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າອົງການກວດສອບແຫ່ງລັດ ແລະ ສະພາແຫ່ງຊາດ ດ້ວຍຮູບການປ່ອນບັດລັບໃນຕອນເຊົ້າວັນທີ 07 ເມສາ. ຢູ່ນອກກອງປະຊຸມ, ມີສະມາຊິກສະພາແຫ່ງຊາດຫຼາຍທ່ານໄດ້ສະແດງຄວາມເຊື່ອໝັ້ນວ່າ, ບັນດາບຸກຄະລາກອນຜູ້ໃໝ່ທີ່ໄດ້ຮັບການເລືອກຕັ້ງຂອງບັນດາອົງການຂຶ້ນກັບສະພາແຫ່ງຊາດ ຈະເສີມຂະຫຍາຍໄດ້ໝາກຜົນ, ຜົນງານເຊິ່ງອາຍຸການສະພາແຫ່ງຊາດຊຸດທີ XIV ບັນລຸໄດ້ ແລະ ເລືອກຕັ້ງສະພາແຫ່ງຊາດຊຸດທີ XV ຈະມາເຖິງ. ທ່ານ ອີຄຸດນີເອ, ສະມາຊິກສະພາແຫ່ງຊາດແຂວງ ດັ໊ກລັ໊ກ, ມີຄວາມເຫັນວ່າ:
“ຂ້າພະເຈົ້າຖືວ່າ ໃນທຸກຕຳແໜ່ງຂົງເຂດຂອງຕົນ ຕ້ອງເຮັດແນວໃດ ດ້ວຍຈິດໃຈໜ້າທີ່ຄວາມຮັບຜິດຊອບສູງສຸດ, ເພື່ອປະຊາຊົນ, ຕິດແທດກັບຕົວຈິງ ເພື່ອດັດປັບບັນດານະໂຍບາຍ, ບັນດາບັນຫາດ້ານກົດໝາຍທີ່ຍັງບໍ່ທັນເໝາະສົມກັບແຕ່ລະສະໄໝ ຕ້ອງມີການດັດປັບຢ່າງທັນທີ. ເປັນເສນາທິການໃຫ້ຄະນະປະຈຳສະພາແຫ່ງຊາດ ດັດປັບບາງຂໍ້ຄົງຄ້າງກ່ຽວກັບນະໂຍບາຍ, ກົດໝາຍຢ່າງທັນທີ ເພື່ອເຮັດແນວໃດໃຫ້ຄົບຊຸດ, ສ້າງເງື່ອນໄຂເປັນຢ່າງດີທີ່ສຸດໃນໄລຍະເວລາອາຍຸການສະພາແຫ່ງຊາດຊຸດທີ XV, ເມື່ອບໍລິຫານນະໂຍບາຍປະຕິບັດກົດໝາຍໃຫ້ເປັນຢ່າງດີກວ່າ ແລະ ຄົບຊຸດກວ່າ”.