ບາງ​ປະ​ເທດ​ພວມ​​ຜ່ອນ​ຜັນ, ສ້າງ​ເງື່ອນ​ໄຂ​ໃຫ້​ປະ​ຊາ​ຊົນ​ປັບ​ຕົວ​ໃຫ້​ແທດ​ເໝາະ​ກັບ​ເງື່ອນ​ໄຂ​ປົກ​ກະ​ຕິ​ໃໝ່ເທື່ອ​ລະ​ກ້າວ

(VOVWORLD) -ບາງປະເທດໃນໂລກ ພວມສືບຕໍ່ວາງ ມາດຕະການຜ່ອນຜັນ ເທື່ອລະກ້າວ ເພື່ອສ້າງເງື່ອນໄຂໃຫ້ປະຊາຊົນປັບຕົວໃຫ້ແທດເໝາະກັບເງື່ອນໄຂປົກກະຕິໃໝ່ ແລະ ຟື້ນຟູເສດຖະກິດ - ສັງຄົມ. 
ບາງ​ປະ​ເທດ​ພວມ​​ຜ່ອນ​ຜັນ, ສ້າງ​ເງື່ອນ​ໄຂ​ໃຫ້​ປະ​ຊາ​ຊົນ​ປັບ​ຕົວ​ໃຫ້​ແທດ​ເໝາະ​ກັບ​ເງື່ອນ​ໄຂ​ປົກ​ກະ​ຕິ​ໃໝ່ເທື່ອ​ລະ​ກ້າວ - ảnh 1ພາບປະກອບ: TTXVN

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 11 ໂມງຂອງວັນທີ 29 ຕຸລາ ຕາມເວລາ UTC, ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 246 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ເກືອບ 5 ລ້ານຄົນ. ໃນ 3 ປະເທດຖືກຜົນກະທົບຢ່າງຮ້າຍແຮງທີ່ສຸດ, ອາເມລິກາ ຢັ້ງຢືນຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດແມ່ນ 46,6 ລ້ານຄົນ, ອິນເດຍ ຢັ້ງຢືນຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດແມ່ນກ່ວາ 34,2 ລ້ານຄົນ ແລະ ບຣາຊິນ ຢັ້ງຢືນຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດແມ່ນ ກ່ວາ 21,7 ລ້ານຄົນ.

ບາງປະເທດໃນໂລກ ພວມສືບຕໍ່ວາງ ມາດຕະການຜ່ອນຜັນ ເທື່ອລະກ້າວ ເພື່ອສ້າງເງື່ອນໄຂໃຫ້ປະຊາຊົນປັບຕົວໃຫ້ແທດເໝາະກັບເງື່ອນໄຂປົກກະຕິໃໝ່ ແລະ ຟື້ນຟູເສດຖະກິດ - ສັງຄົມ. ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ຄືຢູ່ລາວ ໄດ້ອະນຸຍາດໃຫ້ ໂຮງງານຕັດຫຍິບ 20 ແຫ່ງຢູ່ນະຄອນຫຼວງ ວຽງຈັນ ເປີດປະຕູຄືນໃໝ່ ແຕ່ຕ້ອງຮັບປະກັນການປະຕິບັດຕາມທຸກມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ທີ່ທາງກະຊວງສາທາລະນະສຸກປະກາດໃຊ້.

ສ່ວນຢູ່ ຫວຽດນາມ, ນັບແຕ່ເວລາ 16 ໂມງຂອງວັນທີ 28 ຕຸລາ ຫາເວລາ 16 ໂມງຂອງວັນທີ 29 ຕຸລາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 4.899 ຄົນ, ມາຮອດປັດຈຸບັນ ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 910.376 ຄົນ, ໃນນັ້ນມີ 816.132 ຄົນ ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ.

ຕອບກັບ

ຂ່າວ/ບົດ​ອື່ນ