ທ່ານ ຟ້າມບີ່ງມີງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ
(ພາບ: VGP/Hải Minh)
|
(vovworld) – ກ່າວຄຳເຫັນທີ່ພິທີໄຂສົກຮຽນໃໝ່ 2016 – 2017 ຂອງສະຖາບັນການທູດ ໃນຕອນເຊົ້າວັນທີ 21/10, ທ່ານ ຟ້າມບີ່ງມີງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຮຽກຮ້ອງໃຫ້ຄູສອນໃນສະຖານບັນຕ້ອງຕັ້ງໜ້າບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ປະເທດບໍ່ພຽງແຕ່ໃນຂົງເຂດພົວພັນຕ່າງປະເທດເທົ່ານັ້ນ ຫາກຍັງໃນທຸກໆຂົງເຂດອີກດ້ວຍ. ສະຖາບັນຕ້ອງສືບຕໍ່ປ່ຽນໃໝ່ວິທີການ, ສຳພັດການບຳລຸງສ້າງທັນສະໄໝກ່ວາອີກ, ຍາມໃດກໍ່ອັບເດດຫຼັກສູດການສອນເພື່ອເຮັດແນວໃດຕອບສະໜອງຄວາມຮຽກຮ້ອງຕ້ອງການນັບມື້ນັບສູງຂອງປະເທດ ແລະ ວິວັດການເຊື່ອມໂຍງເຂົ້າກັບສາກົນ:
“ພວກເຮົາພວມດຳລົງຊີວິດຢູ່ໃນໂລກທີ່ມີການຫັນປ່ຽນຢ່າງໄວວາ. ປະເທດຊາດສືບຕໍ່ມີການປ່ຽນແປງໃໝ່, ການເຊື່ອມໂຍງຢ່າງເລິກເຊິ່ງ, ກ້ວາງຂວາງ ແລະ ພວມດຳເນີນບັນດາບາດກ້າວຫັນປ່ຽນເສດຖະກິດ. ທັງໝົດເລົ່ານັ້ນ ໄດ້ວາງອອກຄວາມຕ້ອງການດ້ານການສຶກສາບຳລຸງສ້າງ, ບໍ່ພຽງແຕ່ປ່ຽນແປງໃໝ່ເທົ່ານັ້ນ, ຫາກຍັງຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະເທດຊາດອີກດ້ວຍ, ຄວາມຮຽກຮ້ອງຕ້ອງການສຳລັບຂະແໜງພົວພັນຕ່າງປະເທດກໍ່ໃຫຍ່ຫຼວງທີ່ສຸດ ແລະ ມີສິ່ງທ້າທາຍຫຼາຍຢ່າງ, ຮຽກຮ້ອງຕ້ອງມີບັນດາແຫຼ່ງກຳລັງເພື່ອສືບທອດບັນດາມູນເຊື້ອການທູດອັນພິລະອາດຫານໃນຕະຫຼອດ 70 ປີຜ່ານມາ.”