(vovworld) – ເພື່ອມຸ່ງໄປສູ່ການສະເຫຼີມສະຫຼອງ 20 ປີແຫ່ງອ່າວຮ້າລອງ ໄດ້ຮັບການຮັບຮອງເປັນມໍລະດົກທຳມະຊາດໂລກ (1994 - 2014), ຕອນເຊົ້າວັນທີ 08/09, ຢູ່ຮ່າໂນ້ຍ, ສະມາຄົມນັກສິລະປິນຖ່າຍຮູບຫວຽດນາມ ສົມທົບກັບສະມາຄົມວັນນະຄະດີສິລະປະແຂວງ ກວາງນິງ ໄດ້ປຸກລະດົມການເສັງພາບຖ່າຍສິລະປະ ດ້ວຍຫົວຂໍ້ “ອ່າວຮ້າລອງ - ມໍລະດົກທຳມະຊາດໂລກ”. ຮູບຖ່າຍຕ້ອງໄດ້ຖ່າຍໃນໄລຍະແຕ່ປີ 2012 ມາຮອດປະຈຸບັນ, ໃນຂອບເຂດອ່າວຮ້າລອງ, ແຂວງກວາງນິງ; ພາບຖ່າຍຕ້ອງສະແດງໃຫ້ເຫັນບັນດາຈຸດພິເສດກ່ຽວກັບທິວທັດທຳມະຊາດ, ຊັບພະຍາກອນດ້ານການທ່ອງທ່ຽວ, ວຽກງານອະນຸລັກຮັກສາວັດທະນະທຳໃນອ່າວ. ການເສັງຈະສິ້ນສຸດລົງໃນວັນທີ 01/10. ພິທີສະຫຼຸບ, ມອບລາງວັນ ແລະ ງານວາງສະແດງພາບຖ່າຍຈະຈັດຂຶ້ນໃນວັນທີ 14/10/2014 ຢູ່ຫໍພິພິດຕະພັນກວາງນິງ ເນື່ອງໃນໂອກາດສະເຫຼີມສະຫຼອງ 20 ປີແຫ່ງອ່າວຮ້າລອງ ໄດ້ຮັບການຮັບຮອງເປັນມໍລະດົກທຳມະຊາດໂລກ.