ປຸກລະດົມລາຍການ“ຄຸນນະພາບຄຳໃຫ້ສິນໃນນ້ຳຫວຽດນາມ“
(ປຸກລະດົມລາຍການ“ຄຸນນະພາບຄຳໃຫ້ສິນໃນນ້ຳຫວຽດນາມ")
(vovworld) - ຕອນເຊົ້າວັນທີ 31/3, ສະມາຄົມອາຊີບຫາປາ ຫວຽດນາມ ສົມທົບກັບວາລະສານສິນໃນນ້ຳ ຫວຽດນາມ ຈັດຕັ້ງການປະຊຸມຂ່າວກ່ຽວກັບພິທີປຸກລະດົມລາຍການເລືອກເຟັ້ນ ແລະ ມອບນາມມະຍົດ “ຄຸນນະພາບຄຳໃຫ້ສິນໃນນ້ຳ ຫວຽດນາມ“. ນາມມະຍົດນີ້ຖືກຈັດຕັ້ງ 5 ປີ/2 ເທື່ອ, ເຊິ່ງເລີ່ມຕົ້ນແຕ່ປີ 2009. ແຕ່ລະເທື່ອຈະເລືອກເຟັ້ນ 100 ຫົວໜ່ວຍ, ສ່ວນບຸກຄົນທີ່ດີເດັ່ນໄດ້ຮັບການເຊີດຊູ. ພາຍຫຼັງຈັດຕັ້ງ 3 ເທື່ອ, ນາມມະຍົດໜຶ່ງດຽວຂອງຂະແໜງສິນໃນນ້ຳໄດ້ເປັນການພິສູດໃຫ້ເຫັນກຳລັງແຜ່ຂະຫຍາຍຢ່າງແຮງ, ດຶງດູດນັບພັນວິສາຫະກິດ, ຫົວໜ່ວຍ ແລະ ສ່ວນບຸກຄົນເຂົ້າຮ່ວມ. ນາມມະຍົດ “ຄຸນນະພາບຄຳໃຫ້ສິນໃນນ້ຳຫວຽດນາມ“ ຖືກຕີລາຄາ ໂດຍອີງໃສ່ 4 ມາດຖານ, ເຊັ່ນ: ປະສິດທິຜົນດ້ານເສດຖະກິດ; ປະສິດທິຜົນທາງສັງຄົມ; ການໝູນໃຊ້ວິທະຍາສາດ ເຕັກໂນໂລຢີເຂົ້າໃນການຜະລິດ; ການຮັກສາແຫຼ່ງຜົນປະໂຫຍດ ແລະ ສິ່ງແວດລ້ອມຊີວະພາບ. ນາມມະຍົດ “ຄຸນນະພາບຄຳໃຫ້ສິນໃນນ້ຳຫວຽດນາມ“ ບໍ່ພຽງແຕ່ສົ່ງເສີມ, ປຸກລະດົມບັນດາໝູ່ຄະນະ, ສ່ວນບຸກຄົນ, ວິສາຫະກິດທີ່ເຄື່ອນໄຫວໃນຂະແໜງສິນໃນນ້ຳຕັ້ງໜ້າຜະລິດ, ຍົກສູງມູນຄ່າຜະລິດຕະພັນ, ສ້າງ ແລະ ພັດທະນາເຄື່ອງໝາຍການຄ້າເທົ່ານັ້ນ, ຫາກຍັງສົ່ງເສີມບັນດານັກວິທະຍາສາດຄົ້ນຄ້ວາ, ໝູນໃຊ້ວິທະຍາສາດ ເຕັກໂນໂລຢີເຂົ້າໃນການຜະລິດ ນຳມາເຊິ່ງປະສິດທິຜົນດ້ານເສດຖະກິດ, ຍົກສູງຄວາມສາມາດແກ່ງແຍ່ງໃນໄລຍະເຊື່ອມໂຍງເສດຖະກິດກັບສາກົນອີກດ້ວຍ.