ປຸກ​ລະ​ດົມໂຄງ​ການ “ຊາຍ​ຄາ​ແຫ່ງ​ຄວາມ​ອົບ​ອຸ່ນ​ຂອງພໍ່​ແມ່​ພີ່​ນ້ອງ​ປະ​ເທດ​ຂ້ອຍ”

(VOVWORLD) -    ຕອນຄ່ຳວັນທີ 5 ຕຸລາ ຢູ່ຮ່າໂນ້ຍ, ລັດຖະບານ ແລະ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຈັດພິທີປຸກລະດົມໂຄງການໜູນຊ່ວຍລົບລ້າງເຮືອນຢູ່ຊົ່ວຄາວ,  ເຮືອນຮົ່ວໂຊມໃນຂອບເຂດທົ່ວປະເທດ ດ້ວຍຫົວຂໍ້ “ຊາຍຄາແຫ່ງຄວາມອົບອຸ່ນຂອງພີ່ນ້ອງປະເທດຂ້ອຍ”. 
ປຸກ​ລະ​ດົມໂຄງ​ການ “ຊາຍ​ຄາ​ແຫ່ງ​ຄວາມ​ອົບ​ອຸ່ນ​ຂອງພໍ່​ແມ່​ພີ່​ນ້ອງ​ປະ​ເທດ​ຂ້ອຍ” - ảnh 1ລາຍການດັ່ງກ່າວ ໄດ້ຖ່າຍທອດສົດໃນຊ່ອງໂທລະພາບ VTV1 (ພາບ: VTV1)

ຕາມການສະຖິຕິແລ້ວ, ນັບແຕ່ປີ 2000 ມາຮອດປັດຈຸບັນ, ໄດ້ກໍ່ສ້າງໃໝ່ ແລະ ສ້ອມແປງເຮືອນມະຫາສາມັກຄີກວ່າ 1,76 ລ້ານຫຼັງ. ໃນທົ່ວປະເທດ, ວຽກງານລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວໂຊມໄດ້ຮັບການຕອບສະໜອງຢູ່ທຸກແຫ່ງ. ແຕ່ເຖິງຢ່າງໃດກໍຕາມ, ປັດຈຸບັນ ຍັງມີປະມານ 310.000 ຄອບຄົວຖືກຜົນກະທົບຈາກໄພທຳມະຊາດ ແລະ ການປ່ຽນແປງຂອງດິນຟ້າອາກາດ. ທ່ານຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ນາງ ເຈືອງທິງອກແອັງ ຢັ້ງຢືນວ່າ:

        “ບັນດາການຊ່ວຍເຫຼືອດ້ວຍວັດຖຸ, ເຄື່ອງບັນເທົາທຸກໃນເບື້ອງຕົ້ນແມ່ນຈຳເປັນທີ່ສຸດ, ແຕ່ໄດ້ຮອດຈຸດເວລາທີ່ພວກເຮົາຕ້ອງໃຫ້ການຊ່ວຍເຫຼືອແບບຍືນຍົງກວ່າແລ້ວ, ເພື່ອໃຫ້ພໍ່ແມ່ພີ່ນ້ອງສາມາດປຸກສ້າງເຮືອນ, ເຮັດໄຮ່ເຮັດນາຄືນໃໝ່, ເພື່ອກັບມາດຳລົງຊີວິດ ແລະ ທຳການຜະລິດເປັນປົກກະຕິ. ພວກຂ້າພະເຈົ້າຫວັງຢ່າງຍິ່ງວ່າ ຜ່ານບັນດາອົງການຈັດຕັ້ງ, ຜ່ານແນວໂຮມປະເທດຊາດ, ໝູ່ຄະນະ ຈະສົ່ງເງິນຊ່ວຍເຫຼືອເຖິງມືຜູ້ຖືກຜົນກະທົບໂດຍກົງ ເພື່ອມີແຫຼ່ງກຳລັງ, ສຸມໃສ່ການແກ້ໄຂຜົນຮ້າຍພາຍຫຼັງພາຍຸ.”

        ພິທີປຸກລະດົມ ກໍເພື່ອແນໃສ່ຮຽກຮ້ອງການຊ່ວຍເຫຼືອຈາກສ່ວນບຸກຄົນ, ວິສາຫະກິດ, ການຈັດຕັ້ງພາຍໃນ ແລະ ຕ່າງປະເທດ, ປະກອບສ່ວນປະຕິບັດສຳເລັດເປົ້າໝາຍລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວໂຊມໃນປີ 2025.

ຕອບກັບ

ຂ່າວ/ບົດ​ອື່ນ