ປຶ​ກ​ສາ​ຫາ​ລື​ດ້ານ​ການ​ເມືອງ​ຂັ້ນ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ - ອານ​ເຊ​ຣີ

(VOVWORLD) - ສອງຝ່າຍໄດ້ເຫັນດີເປັນເອກະພາບຕໍ່ມາດຕະການຕ່າງໆ ເພື່ອຍົກສູງປະສິດທິຜົນຂອງການຮ່ວມມືໃຫ້ເໝາະສົມກັບການພົວພັນດ້ານການເມືອງທີ່ດີງາມ ແລະ ຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງຂອງສອງປະເທດ.
ປຶ​ກ​ສາ​ຫາ​ລື​ດ້ານ​ການ​ເມືອງ​ຂັ້ນ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ - ອານ​ເຊ​ຣີ - ảnh 1ການປຶກສາຫາລືດ້ານການເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ - ອານເຊຣີ (ພາບ: TTXVN)

ວັນທີ 27 ພຶດສະພາຢູ່ ຮ່າໂນ້ຍ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມກວາງຮ້ຽວ ແລະ ທ່ານ Chakib Rachid Kaid ເລຂາທິການໃຫຍ່ກະຊວງການຕ່າງປະເທດ ແລະ ວົງຄະນະຍາດຊາວ ອານເຊຣີ ອາໄສ ຢູ່ຕ່າງປະເທດ ໄດ້ເປັນປະທານກອງປະຊຸມປຶກສາຫາລືດ້ານການເມືອງຄັ້ງທີ 3 ລະຫວ່າງກະຊວງການຕ່າງປະເທດ ຫວຽດນາມ - ກະຊວງການຕ່າງປະເທດ ແລະ ວົງຄະນະຍາດຊາວ ອານເຊຣີ ອາໄສຢູ່ ຕ່າງປະເທດ.

        ສອງຝ່າຍໄດ້ເຫັນດີເປັນເອກະພາບຕໍ່ມາດຕະການຕ່າງໆ ເພື່ອຍົກສູງປະສິດທິຜົນຂອງການຮ່ວມມືໃຫ້ເໝາະສົມກັບການພົວພັນດ້ານການເມືອງທີ່ດີງາມ ແລະ ຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງຂອງສອງປະເທດ, ໃນນັ້ນມີການເພີ່ມທະວີການເຄື່ອນໄຫວແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເອົາໃຈໃສ່ເປີດກວ້າງການຮ່ວມມືດ້ານເສດຖະກິດ - ການຄ້າ ແລະ ການລົງທຶນ, ເອົາໃຈໃສ່ຊຸກຍູ້ການຮ່ວມມືດ້ານວັດທະນະທຳ, ກິລາ ແລະ ການຮ່ວມມືຂັ້ນທ້ອງຖິ່ນ...ພ້ອມກັນນັ້ນ, ສອງຝ່າຍກໍສຳຫຼວດກວດຄືນ, ອັບເດດສະພາບການເຄື່ອນໄຫວຮ່ວມມືສອງຝ່າຍ.


ຕອບກັບ

ຂ່າວ/ບົດ​ອື່ນ