ປິດກອງປະຊຸມຄັ້ງທີ 45 ຂອງ ສະພາສິດທິມະນຸດສະຫະປະຊາຊາດ: ຄະນະຜູ້ແທນ ຫວຽດນາມ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າທີ່ ກອງປະຊຸມ
(VOVWORLD) -ໃນວັນທີ 07 ຕຸລາ ທີ່ ສຳນັກງານສະຫະປະຊາຊາດຢູ່ ເຊີແນວ ປະເທດ ສະວິດ, ສະພາສິດທິມະນຸດ ສະຫະປະຊາຊາດ ໄດ້ປິດກອງປະຊຸມຄັ້ງທີ 45.
ທ່ານນາງ ເລທິຕວຽດມາຍ ເອກອັກຄະລັດຖະທູດ (ພາບ:TTXVN) |
ຄະນະ ຫວຽດນາມ ໂດຍທ່ານນາງ ເລທິຕວຽດມາຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສະຫະປະຊາຊາດ, ອົງການການຄ້າໂລກ ແລະ ບັນດາອົງການສາກົນອື່ນຢູ່ ເຊີແນວ, ເປັນຫົວໜ້າ, ເຂົ້າຮ່ວມຢ່າງຕັ້ງໜ້າທີ່ຊຸດທີ່ກອງປະຊຸມ ແລະ ກ່າວຄຳເຫັນຢູ່ 8 ວາລະປະຊຸມ.
ທີ່ການໂອ້ລົມສົນທະນາ ກ່ຽວກັບການອັບເດດບົດລາຍງານຂອງຂ້າຫລວງໃຫຍ່ສິດທິມະນຸດກ່ຽວກັບຜົນກະທົບຂອງໂລກລະບາດໂຄວິດ-19 ທີ່ມີຕໍ່ສິດທິມະນຸດ, ວາລະປຶກສາຫາລືຫົວເລື່ອງສະເພາະກ່ຽວກັບສິດພັດທະນາ, ວາລະປຶກສາຫາລືຫົວເລື່ອງສະເພາະກ່ຽວກັບເລື່ອງນຳເອົາບັນຫາຄວາມສະເໝີພາບລະຫວ່າງຍິງ-ຊາຍເຂົ້າໃນເອກະສານນິຕິກຳ…, ຄະນະຜູ້ແທນ ຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ໃຫ້ຄຳໝັ້ນສັນຍາປົກປ້ອງ ແລະ ຊຸກຍູ້ສິດທິມະນຸດໃນສະພາບການໂລກລະບາດໂຄວິດ-19; ສະໜັບສະໜູນການຮ່ວມມືສາກົນ ແລະ ແບບສຳພັດຫຼາຍຝ່າຍແນໃສ່ຮັບມືກັບໂລກລະບາດ ແລະ ຟື້ນຟູພາຍຫຼັງໂລກລະບາດຢ່າງມີປະສິດທິຜົນ; ຖືເປັນສຳຄັນບັນດານະໂຍບາຍຮັບປະກັນສະຖຽນລະພາບດ້ານເສດຖະກິດ-ສັງຄົມ, ບັນດາມາດຕະການເພື່ອແນໃສ່ຫຼຸດຜ່ອນຜົນກະທົບຂອງໂລກລະບາດໂຄວິດ-19 ສຳລັບສິດໄດ້ມີຊີວິດ, ສິດໄດ້ຮັບການກວດປິ່ນປົວພະຍາດ ແລະ ການຫາລ້ຽງຊີບຂອງປະຊາຊົນ ຫວຽດນາມ, ພິເສດແມ່ນສິດຂອງບັນດາກຸ່ມຄົນມີຄວາມສ່ຽງ.
ຄະນະ ຫວຽດນາມ ກໍ່ເຂົ້າຮ່ວມກອງປະຊຸມບົນຈິດໃຈໂອ້ລົມສົນທະນາ ແລະ ການຮ່ວມມື, ສະແດງໃຫ້ເຫັນທັດສະນະ, ນະໂຍບາຍສະເໝີຕົ້ນສະເໝີປາຍ, ຜົນງານຂອງ ຫວຽດນາມ ແລະ ທັດສະນະ, ຜົນງານລວມຂອງ ອາຊຽນ ກ່ຽວກັບການຊຸກຍູ້ ແລະ ປົກປ້ອງສິດທິມະນຸດ, ປະກອບສ່ວນພ້ອມກັບບັນດາປະເທດຮັບປະກັນການເຄື່ອນໄຫວຂອງສະພາສິດທິມະນຸດສະຫະປະຊາຊາດໃຫ້ສອດຄ່ອງກັບບັນດາຫຼັກການພື້ນຖານຂອງກົດໝາຍສາກົນ.