ປິດກອງປະຊຸມສໍາມະນາ ມະຫາສະໝຸດອິນເດຍ ຄັ້ງທີີ 3

(VOVWORLD) -ຕອນບ່າຍວັນທີ 28 ສິງຫາ 2018, ທີ່ຮ່າໂນ້ຍ, ພາຍຫຼັງດໍາເນີນມາເປັນເວລາສອງວັນ, ກອງປະຊຸມສໍາມະນາ ມະຫາສະໝຸດອິນເດຍ ຄັ້ງທີີ 3 ດ້ວຍຫົວຂໍ້ ມຸ່ງໄປເຖິງການສ້າງໂຄງສ້າງດ້ານຄວາມໝັ້ນຄົງໃນພາກພື້ນ ໂດຍກອງທຶນ ອິນເດຍ (India Foundation) ແລະສະຖາບັນການຕ່່າງປະເທດຮ່ວມກັນຈັດຕັ້ງ ໄດ້ອັດລົງຢ່າງດີງາມ.

ປິດກອງປະຊຸມສໍາມະນາ ມະຫາສະໝຸດອິນເດຍ ຄັ້ງທີີ 3 - ảnh 1 ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ກ່າວຄໍາເຫັນທີ່ກອງປະຊຸມ

(ພາບ: TTXVN)

ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງການເຊື່ອມຕໍ່ມະຫາສະໝຸດອິນເດຍ ແລະ ປາຊີຟິກ, ພ້ອມທັງຢັ້ງຢືນວ່າ ໃນສະພາບການທີ່ພາກພື້ນ ພວມຕ້ອງປະເຊີນກັບສິ່ງທ້າທາຍຫຼາຍຢ່າງ ແລະ ປາດຖະໜາຢາກໃຫ້ພາກພື້ນມີສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ ພວມນັບມື້ນັບເຂັ້ມແຂງຂຶ້ນ.  ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ກໍຢັ້ງຢືນເຖິງຫຼັການສ້າງໂຄງສ້າງຢູ່ພາກພື້ນ ມີລັກສະນະກວມລວມ,  ເຄົາລົບກົດໝາຍສາກົນ, ບົດບາດໃຈກາງຂອງອາຊຽນ, ເຄົາລົບເອກະລາດ, ອໍານາດອະທິປະໄຕ, ມີຄວາມໄວ້ເນື້ອເຊື່ອໃນເຊິ່ງກັນແລະກັນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ.

         ແລະກໍ່ຢູ່ທີ່ກອງປະຊຸມນີ້, ຜູ້ແທນຫຼາຍທ່ານກໍໄດ້ຢັ້ງຢືນເຖິງ ທີ່ຕັ້ງບົດບາດສໍາຄັນຂອງຫວຽດນາມໃນພາກພື້ນ, ຖືວ່າ ນີ້ແມ່ນຈຸດເວລາທີ່ເໝາະສົມເພື່ອໃຫ້ຫວຽດນາມ ຈັດຕັ້ງ ກອງປະຊຸມສໍາມະນາ ມະຫາສະໝຸດອິນເດຍ ຄັ້ງທີີ 3.


ຕອບກັບ

ຂ່າວ/ບົດ​ອື່ນ