ປິດງານຕະຫຼາດນັດການຄ້າ ຫວຽດນາມ-ລາວ 2017

(VOVWORLD) -ງານຕະຫຼາດນັດການຄ້າ ຫວຽດນາມ-ລາວ 2017 ຫາກໍ່ປິດລົງຢູ່ສູນປະຊຸມ - ວາງສະແດງແຫ່ງຊາດ ລາວ-Itecc ຢູ່ນະຄອນຫຼວງວຽງຈັນ, ສປປ ລາວ.

ປິດງານຕະຫຼາດນັດການຄ້າ ຫວຽດນາມ-ລາວ 2017 - ảnh 1ປິດງານຕະຫຼາດນັດການຄ້າ ຫວຽດນາມ-ລາວ 2017

(ພາບ: qdnd.vn)

ງານຕະຫຼາດນັດ ໄດ້ຈັດຂຶ້ນໂດຍ ກະຊວງປ້ອງກັນປະເທດ ຫວຽດນາມ ສົມທົບກັບກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ລາວ, ກະຊວງປ້ອງກັນປະເທດ ລາວ ຈັດຕັ້ງຂຶ້ນເປັນເວລາ 5 ວັນ (29/06 – 03/07/2017) ໂດຍການເຂົ້າຮ່ວມ ກວ່າ 320 ຮ້ານຄ້າມາດຕະຖານ ຂອງບັນດາວິສາຫະກິດ ຫວຽດນາມ ແລະ ລາວ. ງານຕະຫຼາດນັດດຶງດູດແຂກເກືອບ 10.000 ເທື່ອຄົນ ມາຢ້ຽມຊົມ, ຕິດຕໍ່ພົວພັນຄ້າຂາຍ, ຊອກຫາກາລະໂອກາດຮ່ວມມື, ລົງທຶນ… ບັນດາວິສາຫະກິດໄດ້ນຳຜະລິດຕະພັນຫຼາຍຢ່າງມາຂາຍໃນງານຕະຫຼາດນັດ, ການບໍລິການມີຄຸນນະພາບສູງ, ສອດຄ່ອງກັບຄວາມຕ້ອງການຂອງສັງຄົມ ແລະ ຜູ້ບໍລິໂພກອຸປະໂພກ.

        ສິ້ນສຸດງານຕະຫຼາດນັດ, ຄະນະຈັດຕັ້ງໄດ້ຕົກລົງມອບໃບຍ້ອງຍໍຂອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໃຫ້ 30 ຫົວໜ່ວຍ, ວິສາຫະກິດທີ່ມີຜົນງານດີເດັ່ນໃນການຈັດຕັ້ງ ແລະ ເຂົ້າຮ່ວມງານຕະຫຼາດນັດ.

ຕອບກັບ

ຂ່າວ/ບົດ​ອື່ນ