ປິດງານບຸນ Festival ຈ່າງອານ ເຊື່ອມຕໍ່ມໍລະດົກ - ນິງບິ່ງ 2022
(VOVWORLD) -Festival ຈ່າງອານ ເຊື່ອມຕໍ່ມໍລະດົກ - ນິງບິ່ງ ປີ 2022 ຖືກຈັດຂຶ້ນແຕ່ວັນທີ 17-19 ພະຈິກ ເພື່ອຍູ້ແຮງການໂຄສະນາພາບພົດ, ມໍລະດົກວັດທະນະທຳ ນິງບິ່ງ
ພິທີປິດງານບຸນ Festival ຈ່າງອານ
(ພາບ: TTXVN)
|
ຕອນຄ່ຳວັນທີ 19 ພະຈິກ, ຢູ່ຄຸ້ມຖະໜົນເກົ່າ ຮວາລື (ນະຄອນ ນິງບິ່ງ), ຄະນະຈັດຕັ້ງງານບຸນ Festival ບໍລະດົກ ນິງບິ່ງ ຈັດພິທີປິດງານບຸນ Festival ຈ່າງອານ ເຊື່ອມຕໍ່ມໍລະດົກ - ນິງບິ່ງ ປີ 2022, ດ້ວຍການເຂົ້າຮ່ວມຂອງປະຊົນ ແລະ ແຂກທ່ອງທ່ຽວນັບພັນຄົນ.
Festival ຈ່າງອານ ເຊື່ອມຕໍ່ມໍລະດົກ - ນິງບິ່ງ ປີ 2022 ຖືກຈັດຂຶ້ນແຕ່ວັນທີ 17-19 ພະຈິກ ເພື່ອຍູ້ແຮງການໂຄສະນາພາບພົດ, ມໍລະດົກວັດທະນະທຳ ນິງບິ່ງ ເວົ້າສະເພາະ ແລະ ບັນດາແຂວງ, ນະຄອນໃນທົ່ວປະເທດເວົ້າລວມ ກັບເພື່ອນມິດຢູ່ພາຍໃນ ແລະ ຕ່າງປະເທດ. ໃນຂອບເຂດງານບຸນ Festival, ໄດ້ຈັດການເຄື່ອນໄຫວ, ລາຍການທີ່ມີຄວາມໝາຍຫຼາຍຢ່າງ, ມີຄວາມເຊື່ອມຕໍ່ ແລະ ແຜ່ກະຈາຍຢ່າງສູງ. ໃນນັ້ນພົ້ນເດັ່ນແມ່ນພິທີໄຂງານວາງສະແດງ, ງານບຸນຖະໜົນ “ການເດີນທາງມໍລະດົກ” ແລະ ງານສະແດງສິລະປະດົນຕີ, ໄດ້ດຶງດູດປະຊາຊົນມາຊົມເປັນຈຳນວນຫຼວງຫຼາຍ.
ທີ່ພິທີປິດ, ປະຊາຊົນ ແລະ ແຂກທ່ອງທ່ຽວໄດ້ຮັບຊົມບັນດາລາຍການສະແດງສິລະປະພິເສດມີຊື່ວ່າ “ພົບປະແລກປ່ຽນ - ເຊື່ອມຕໍ່ - ແຜ່ກະຈາຍ” ໂດຍບັນດານັກສິລະປະກອນ, ນັກສິລະປິນຂຶ້ນກັບບັນດາແຂວງ, ນະຄອນ, ຄະນະສິລະປະເຂົ້າວຮ່ວມ Festival ສະແດງ.