ປັນ​ຍາຊົນ​ປະ​ກອບ​ຄຳ​ເຫັນ​ໃສ່ເອ​ກະ​ສານ: ປ່ຽນ​ແປງ​ກົນ​ໄກ​ຄຸ້ມ​ຄອງ, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ຂະ​ແໜງ​ການ​ສຶກ​ສາ​ພັດ​ທະ​ນາ

(VOVWORLD) - ພັດທະນາແຫຼ່ງຊັບພະຍາກອນມະນຸດ, ໂດຍສະເພາະແມ່ນແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ແມ່ນໜຶ່ງໃນ 3 ບຸກທະລຸຍຸດທະສາດ ເຊິ່ງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໄດ້ເພີ່ມເຕີມ ແລະ ຫັນເປັນລະອຽດໃຫ້ສອດຄ່ອງກັບໄລຍະພັດທະນາໃໝ່, ເພື່ອປະຕິບັດບັນດາເປົ້າໝາຍຈຸດສຸມ ແລະ ມາດຕະການຕົ້ນຕໍໃນໄລຍະຈະມາເຖິງ. 
ປັນ​ຍາຊົນ​ປະ​ກອບ​ຄຳ​ເຫັນ​ໃສ່ເອ​ກະ​ສານ: ປ່ຽນ​ແປງ​ກົນ​ໄກ​ຄຸ້ມ​ຄອງ, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ຂະ​ແໜງ​ການ​ສຶກ​ສາ​ພັດ​ທະ​ນາ - ảnh 1ທ່ານຟຸ່ງຊວັນຍະ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ກ່າວຄຳເຫັນທີ່ວາລະປຶກສາຫາລື (ພາບ: TTXNV)

ວົງການປັນຍາຊົນຖືວ່າ ນີ້ແມ່ນການກຳນົດທິດທີ່ຖືກຕ້ອງ ເພື່ອປະຕິບັດບັນດາເປົ້າໝາຍຍຸດທະສາດພັດທະນາປະເທດຊາດ ເຊິ່ງກອງປະຊຸມໃຫຍ່ໄດ້ວາງອອກຢ່າງມີໄຊ. ທ່ານ ປອ ຫງວຽນຕູ່ງເລິມ, ປະທານສະມາຄົມຈິດຕະການສຶກສາ ຮ່າໂນ້ຍ ກ່າວວ່າ:

        “ມີວຽກງານ 3 ຢ່າງທີ່ພວກເຮົາຄວນປະຕິບັດຢ່າງຄົບຊຸດ. ທຳອິດແມ່ນຕ້ອງປ່ຽນແປງກົນໄກຄຸ້ມຄອງ, ສ້າງເງື່ອນໄຂສະດວກໃຫ້ຂະແໜງສຶກສາພັດທະນາຢ່າງວ່ອງໄວ. ທີສອງແມ່ນປ່ຽນແປງຮູບແບບການສ້າງຖັນແຖວຄູອາຈານ, ພະນັກງານຄຸ້ມຄອງ. ທີສາມແມ່ນ ແຕ່ລະທ້ອງຖິ່ນຕ້ອງເອົາໃຈໃສ່ກ່ຽວກັບພື້ນຖານວັດຖຸທີ່ຈຳເປັນ. ພ້ອມກັນນັ້ນ ກໍແມ່ນປັດໄຈຄອບຄົວ, ໂຮງຮຽນ ແລະ ສັງຄົມພ້ອມກັນເຂົ້າຮ່ວມການສຶກສາ”.

       


 

ຕອບກັບ

ຂ່າວ/ບົດ​ອື່ນ