ປັບ​ປຸງ​ກົດ​ໝາຍ​ວ່າດ້ວຍ​​ຊັບ​ສິນ​ທາງ​ປັນ​ຍາ ຮັບ​ປະ​ກັນ​ລັກ​ສະ​ນະ​ສອດ​ຄ່ອງ​ກັບ​ບັນ​ດາ​ຄຳໝັ້ນ​ສັນ​ຍາ​ສາ​ກົນ

(VOVWORLD) -ບັນດາເນື້ອໃນຂອງຮ່າງກົດໝາຍສ່ວນຫຼາຍ ແມ່ນຕອບສະໜອງໄດ້ຕາມບັນດາຄຳໝັ້ນສັນຍາສາກົນ ເຊິ່ງ ຫວຽດນາມ ເປັນສະມາຊິກ, ໂດຍສະເພາະແມ່ນ ສົນທິສັນຍາ CPTPP ແລະ ສົນທິສັນຍາ EVFTA.
ປັບ​ປຸງ​ກົດ​ໝາຍ​ວ່າດ້ວຍ​​ຊັບ​ສິນ​ທາງ​ປັນ​ຍາ ຮັບ​ປະ​ກັນ​ລັກ​ສະ​ນະ​ສອດ​ຄ່ອງ​ກັບ​ບັນ​ດາ​ຄຳໝັ້ນ​ສັນ​ຍາ​ສາ​ກົນ - ảnh 1ທ່ານ ຮວ່າງແທັງຕຸງ ຫົວໜ້າກຳມາທິການກົດໝາຍ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: baotintuc.vn)

ໂດຍສືບຕໍ່ການເຮັດວຽກຂອງວາລະປະຊຸມຄົບຄະນະຄັ້ງທີ 2, ຕອນບ່າຍວັນທີ 29 ກັນຍາ, ກຳມາທິການກົດໝາຍຂອງ ສະພາແຫ່ງຊາດ ຫວຽດນາມ ໄດ້ກວດກາຢັ້ງຢືນຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງ ກົດໝາຍວ່າດ້ວຍຊັບສິນທາງປັນຍາ. ການປັບປຸງ, ເພີ່ມເຕີມກົດໝາຍວ່າດ້ວຍຊັບສິນທາງປັນຍາໃນຄັ້ງນີ້ ແມ່ນຄຳຮຽກຮ້ອງທີ່ຈຳເປັນ ແລະ ຮີບດ່ວນ ສຳລັບການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ. ບັນດາສະມາຊິກ ກຳມາທິການກົດໝາຍ ໄດ້ຕົກລົງເຫັນດີຕໍ່ການປັບປຸງກົດໝາຍສະບັບນີ້. ມີຫຼາຍຄຳເຫັນຖືວ່າ ບັນດາເນື້ອໃນຂອງຮ່າງກົດໝາຍສ່ວນຫຼາຍ ແມ່ນຕອບສະໜອງໄດ້ຕາມບັນດາຄຳໝັ້ນສັນຍາສາກົນ ເຊິ່ງ ຫວຽດນາມ ເປັນສະມາຊິກ, ໂດຍສະເພາະແມ່ນ ສົນທິສັນຍາ CPTPP ແລະ ສົນທິສັນຍາ EVFTA.

        ກ່າວຄຳເຫັນສະຫຼຸບວາລະປະຊຸມ, ທ່ານ ຮວ່າງແທັງຕຸງ ຫົວໜ້າກຳມາທິການກົດໝາຍ ໄດ້ສະເໜີວ່າ ການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍຊັບສິນທາງປັນຍາ ແມ່ນຕ້ອງຍູ້ແຮງການເຄື່ອນໄຫວປ່ຽນແປງໃໝ່, ປະດິດຄິດສ້າງ, ເປັນເຈົ້າການ, ຕັ້ງໜ້າໝູນໃຊ້ບັນດາຜົນງານຂອງການປະຕິວັດອຸດສາຫະກຳຄັ້ງທີ 4 ໂດຍຜ່ານການເພີ່ມທະວີການຂຸດຄົ້ນ ແລະ ປະຕິບັດຊັບສິນທາງປັນຍາ, ປະກອບສ່ວນຊ່ວຍໃຫ້ການເຄື່ອນໄຫວນີ້ ນັບມື້ນັບແທດເໝາະກັບສະພາບການຕົວຈິງ ແລະ ທຳນຽມສາກົນ.


ຕອບກັບ

ຂ່າວ/ບົດ​ອື່ນ