ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພັກ, ລັດ
(VOVWORLD) -ແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການຈັດຕັ້ງການເມືອງ, ສັງຄົມ ຕ້ອງເພີ່ມທະວີການຕິດຕາມກວດກາ, ຕີລາຄາກ່ຽວກັບບັນດານະໂຍບາຍທີ່ໄດ້ປະກາດໃຊ້ໃນໄລຍະຜ່ານມາ ເພື່ອລາຍງານຕໍ່ລັດຖະບານ.
ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ (ພາບ:TTXVN) |
ກ່າວຄໍາເຫັນທີ່ກອງປະຊຸມແລກປ່ຽນວຽກງານຂົນຂວາຍປະຊາຊົນ ຄະນະພັກແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການຈັດຕັ້ງການເມືອງ - ສັງຄົມ ທີ່ດໍາເນີນໃນຕອນບ່າຍວັນທີ 29 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ ເນັ້ນໜັກວ່າ: ຊຸມເດືອນຜ່ານມາ, ແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການຈັດຕັ້ງການເມືອງ - ສັງຄົມ ໄດ້ມີການຫັນປ່ຽນຮູບແບບການເຄື່ອນໄຫວໂດຍໄວ, ເພີ່ມທະວີການໝູນໃຊ້ຮູບການທາງອອນລາຍ ເພື່ອຮັກສາບັນດາການເຄື່ອນໄຫວສໍາຄັນ. ພິເສດ, ລະດົມກໍາລັງໜູນຊ່ວຍໃຫ້ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໄດ້ຢ່າງມີປະສິດທິຜົນ, ປະກອບສ່ວນສໍາຄັນເຂົ້າໃນຜົນສໍາເລັດຂອງການປ້ອງກັນ, ສະກັດກັ້ນໂລກລະບາດ, ຮັບປະກັນການດໍາລົງຊີວິດທີ່ປອດໄພໃຫ້ແກ່ປະຊາຊົນ, ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພັກ, ລັດ, ລະບົບການເມືອງ. ທ່ານນາງ ເຈືອງທິມາຍ ສະເໜີວ່າ:
“ຂ້າພະເຈົ້າສະເໜີໃຫ້ບັນດາອົງການຕ້ອງຕິດຕາມກວດກາອົງການຂອງຕົນ ເພື່ອຕີລາຄາບັນດານະໂຍບາຍທີ່ໄດ້ປະກາດໃຊ້ໃນໄລຍະຜ່ານມາ ເພື່ອລາຍງານຕໍ່ລັດຖະບານ. ສະຫະພັນໃຫຍ່ ຕ້ອງຮີບເຮັ່ງກວດກາຄືນໃໝ່ໂຄງຮ່າງປ່ຽນແປງໃໝ່ການເຄື່ອນໄຫວຂອງອົງການກໍາມະບານໃນສະພາບການໃໝ່, ຍື່ນສະເໜີຕໍ່ກົມການເມືອງ, ກ່ອນທີ່ກົດໝາຍວ່າດ້ວຍກໍາມະບານຈະໄດ້ຍື່ນສະເໜີຕໍ່ສະພາແຫ່ງຊາດໃນເດືອນຕຸລາ ຈະມາເຖິງ”.