ກຳປັ່ນຫາປາ
ພາບປະກອບ: internet
|
(vovword) - ລັດຖະບານຫວຽດນາມ ຫາກໍປະກາດໃຊ້ດຳລັດກ່ຽວກັບການປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງບັນດາດຳລັດກ່ຽວກັບຂົງເຂດສິນໃນນ້ຳ, ໃນນັ້ນປັບປຸງ, ເພີ່ມເຕີມຂໍ້ກຳນົດກ່ຽວກັບການແບ່ງເຂດຂຸດຄົ້ນສິນໃນນ້ຳ. ດຳລັດດັ່ງກ່າວແມ່ນກຳນົດສຳລັບບັນດາທ້ອງຖິ່ນທີ່ມີໝູ່ເກາະ, ຄະນະກຳມະການປະຊາຊົນຂັ້ນແຂວງ ອີງໃສ່ຄວາມຈຳເປັນ ແລະ ຈຸດພິເສດສະເພາະຂອງໝູ່ເກາະແຕ່ລະແຫ່ງເພື່ອກຳນົດເຂດທະເລຢູ່ອ້ອມຮອບໝູ່ເກາະນັ້ນ ແຕ່ບໍ່ເກີນຂອບເຂດ 6 ໄມທະເລ ໄລ່ຕາມລະດັບນ້ຳແຄມທະເລຕຳ່ສຸດຂອງບັນດາໝູ່ເກາະດັ່ງກ່າວ. ຄຽງຄູ່ກັນນັ້ນ ອົງການ, ສ່ວນບຸກຄົນຂຸດຄົ້ນສິນໃນນ້ຳຢູ່ເຂດທະເລຂອງ ຫວຽດນາມ ນອກຈາກຕ້ອງຕອບສະຫນອງບັນດາເງື່ອນໄຂຢ່າງຄົບຖ້ວນຕາມຂໍ້ກຳນົດທີ່ພວມປະກາດໃຊ້ໃນປະຈຸບັນ ແລະ ມີຂໍ້ກຳນົດຕື່ມ ນັ້ນແມ່ນຕ້ອງມີໃບຢັ້ງຢືນເປັນລູກເຮືອຫາປາ ຫລື ໃບຢັ້ງຢືນອາຊີບປະມົງ. ນອກນັ້ນ ຍັງມີຂໍ້ກຳນົດອື່ນສຳລັບອົງການຈັດຕັ້ງ ແລະ ສ່ວນບຸກຄົນ ເມື່ອຂຸດຄົ້ນຢູ່ເຂດນ່ານທະເລຂອງຫວຽດນາມ ຫລື ຢູ່ເຂດນ່ານທະເລ ອື່ນ.