ປັບປຸງ, ເພີ່ມເຕີມ ບາງຂໍ້ກຳນົດຍົກ ເວັ້ນວີຊາໃຫ້ແກ່ ຊາວ ຫວຽດ ນາມ ອາໄສຢູ່ຕ່າງປະ ເທດ

ປັບປຸງ, ເພີ່ມເຕີມ ບາງຂໍ້ກຳນົດຍົກ ເວັ້ນວີຊາໃຫ້ແກ່ ຊາວ ຫວຽດ ນາມ ອາໄສຢູ່ຕ່າງປະ ເທດ - ảnh 1
(ພາບປະກອບ)

(vovworld)-ຫວ່າງ​ແລ້ວ​ນີ້, ລັດຖະບານ​ຫວຽດນາມ​ໄດ້​ປະກາດ​ໃຊ້​ການ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ກຳນົດ​ກ່ຽວ​ກັບການ​ຍົກ​ເວັ້ນວີ​ຊາ​ໃຫ້​ແກ່​ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ ໃນ​ດຳລັດ​ເລກທີ 135/2007. ​ໃນ​ນັ້ນ​ໄດ້​ປັບປຸງ, ​ເພີ່ມ​ເຕີມ​ມາດຕາ 4 ຂໍ້ 3 ວ່າ ”ອົງການ​ທີ່​ມີ​ສິດ​ອຳນາດຕ້ອງ​ອອກ​ໜັງສື​ຍົກ​ເວັ້ນວີ​ຊາ​ພາຍໃນ​ເວລາ 5 ວັນ, ນັບ​ແຕ່ວັນ​ໄດ້​ຮັບ​ສຳ​ເນົາ​ເອກະສານ​ຢ່າງ​ຄົບ​ຖ້ວນ”, ​ແລະ​ປັບປຸງ, ​ເພີ່ມ​ເຕີມ ມາດຕາ 5 ​ເຂົ້າ​ໃນຂໍ້ 4 ວ່າ ”ສຳ​ເນົາ​ເອກະສານ​ສະ​ເໜີ​ອອກ​ໜັງສື​ຍົກ​ເວັ້ນວີ​ຊາ ຕ້ອງ​ເຮັດ​ເປັນ​ຊຸດ”, ກໍ່​ຄື​ປັບປຸງ , ​ເພີ່ມ​ເຕີມ ຂໍ້ 6 ວ່າ ”ຜູ້​ເຂົ້າ​ຫວຽດນາມ​ດ້ວຍ​ໜັງສື​ຍົກ​ເວັ້ນວີ​ຊາ, ​ແມ່ນ​ບໍ່ໄດ້​ອາ​ໄສ​ຢູ່​ຫວຽດນາມ​​ເກີນ 90 ວັນ. ຖ້າ​ມີ​ຄວາມ​ຕ້ອງ​ກັນ​ອາ​ໄສ​ຢູ່​ຫວຽດນາມ​ຕື່ມ​ອີກ, ​ຕ້ອງ​ໄດ້​ຮັບ​ການ​ຄຳ້ປະກັນ​ຈາກ​ອົງການ​ຈັດ​ຕັ້ງ, ສ່ວນ​ບຸກຄົນ​ຢູ່​ຫວຽດນາມ, ​ແລະ​ ຕ້ອງ​ມີ​ເຫດຜົນ​ທີ່​ເໝາະ​ສົມ ​ແມ່ນຈະ​ໄດ້​ຮັບ​ການ​ພິຈາລະນາ, ​ແກ້​ໄຂ​ຕໍ່​ກຳນົດ​ເວລາ​ອາ​ໄສ​ຢູ່​ຫວຽດນາມ​ຊົ່ວຄາວ, ​ແຕ່ລະ​ເທື່ອ​ແມ່ນ​ບໍ່​ເກີນ 90 ວັນ”. ຂໍ້​ກຳນົດ​ດັ່ງກ່າວ​ເລີ່​ມມີ​ຜົນ​ສັກສິດ​ນັບ​ແຕ່​ວັນ​ທີ 15/4/2012 ​ເປັນ​ຕົ້ນ​ໄປ.

ຂ່າວ/ບົດ​ອື່ນ