ປັບປຸງ ແລະພັດທະນາການພົວພັນຄູ່ຮ່ວມມື, ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະ ຢູແກຼນ

(VOVWORLD) -ສອງຝ່າຍຢັ້ງຢືນຄວາມປາດຖະໜາຢາກສືບຕໍ່ປັບປຸງ ແລະ ພັດທະນາການພົວພັນຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ຢູແກຼນ

ໂດຍປະຕິບັດແຜນການປຶກສາຫາລືລະຫວ່າງກະຊວງການຕ່າງປະເທດ ຫວຽດນາມ ແລະ ກະຊວງການຕ່າງປະເທດ ຢູແກຼນ ໄລຍະ 2018 – 2019, ວັນທີ 20 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານ ບຸ່ຍແທງເຊີນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ແລະ ທ່ານ Sergiy Kyslytsya ຮອງລັດຖະມົນຕີກະຊວງການຕ່າງປະເທດ ຢູແກຼນ ໄດ້ດຳເນີນການປຶກສາຫາລືດ້ານການເມືອງ, ແລກປ່ຽນກ່ຽວກັບບັນດາບັນຫາຮ່ວມມືສອງຝ່າຍ ແລະ ບາງບັນຫາໃນພາກພື້ນ ແລະ ສາກົນ. ສອງຝ່າຍຢັ້ງຢືນຄວາມປາດຖະໜາຢາກສືບຕໍ່ປັບປຸງ ແລະ ພັດທະນາການພົວພັນຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ຢູແກຼນ; ສືບຕໍ່ເພີ່ມທະວີການພົບປະແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ; ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດສອງປະເທດເຊື່ອມຕໍ່ດຳເນີນທຸລະກິດ ແລະ ຮ່ວມມືໃນບັນດາຂົງເຂດທີ່ ຢູແກຼນ ມີທ່າແຮງ ແລະ ຫວຽດນາມມີຄວາມຕ້ອງການ ເຊັ່ນ: ດ້ານພະລັງງານ, ກະສິກຳ, ສາທາລະນະສຸກ ກໍຄືເພີ່ມທະວີການແລກປ່ຽນດ້ານການຄ້າ, ວັດທະນະທຳ ແລະ ການພົບປະແລກປ່ຽນລະຫວ່າງປະຊາຊົນສອງປະເທດ.

        ຮອງລັດຖະມົນຕີສອງທ່ານເຫັນດີເປັນເອກະພາບ ຈະສືບຕໍ່ຜັນຂະຫຍາຍກົນໄກປຶກສາຫາລື ລະຫວ່າງບັນດາຫົວໜ່ວຍເຈົ້າໜ້າທີ່ຂອງສອງກະຊວງການຕ່າງປະເທດ ບົນພື້ນຖານແຜນການປຶກສາຫາລືລະຫວ່າງກະຊວງການຕ່າງປະເທດ ຫວຽດນາມ ແລະກະຊວງການຕ່າງປະເທດ ຢູແກຼນ ໄລຍະ 2018 – 2019. ສອງຝ່າຍເຫັນດີເປັນເອກະພາບ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສສາກົນ, ພິເສດແມ່ນ ສະຫະປະຊາຊາດ. ຢູແກຼນ ຢັ້ງຢືນຄືນໃໝ່ ຄຳໝັ້ນສັນຍາສະໜັບສະໜູນຫວຽດນາມເປັນກຳມະການບໍ່ປະຈຳສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020 – 2021.

ຕອບກັບ

ຂ່າວ/ບົດ​ອື່ນ