(ພາບປະກອບ)
(vovworld) –ວັນທີ 1/8/2014, ຫວຽດນາມ ບໍ່ທັນຮັບຮູ້ກໍລະນີໃດຕິດພະຍາດໄຂ້ເລືອດອອກໂດຍໄວຣັດ Ebola ກໍ່ຂຶ້ນ. ແຕ່ວ່າ, ອີງຕາມສະພາບການ ແລະ ຈຸດພິເສດສະເພາະຂອງພະຍາດ, ໄພເກີດພະຍາດໄຂ້ເລືອດອອກໂດຍໄວຣັດ Ebola ກໍ່ຂຶ້ນສາມາດແຊກຊືມເຂົ້າຫວຽດນາມ ແລະ ອາດຈະເກີດເປັນໂລກລະບາດຢູ່ວົງຄະນາຍາດຖ້າຫາກວ່າບໍ່ເປັນເຈົ້າການບັນດາມາດຕະການປ້ອງກັນ ແລະ ຕ້ານ. ວັນທີ 7/8, ກະຊວງສາທາລະນະສຸກມີຂໍ້ຕົກລົງປະກາດໃຊ້ແຜນການດຳເນີນງານປ້ອງກັນ, ຕ້ານໂລກໄຂ້ເລືອດອອກໂດຍໄວຮັດ Ebola ກໍ່ຂຶ້ນຢູ່ຫວຽດນາມ ເພື່ອແນໃສ່ຄົ້ນພົບກໍລະນີຕິດພະຍາດ ໄຂ້ເລືອດອອກໂດຍໄວຮັດ Ebola ກໍ່ຂຶ້ນ; ແກ້ໄຂຢ່າງທັງການບໍ່ໃຫ້ໂລກລະບາດແຜ່ລາມອອກ, ຈຳກັດບັນດາກໍລະນີເສຍຊີວິດໃນລະດັບຕ່ຳສຸດ. ເພື່ອເປັນເຈົ້າການໃນການປ້ອງກັນ, ຕ້ານໂລກໄຂ້ເລືອດອອກໂດຍໄວຮັດ Ebola, ກະຊວງສາທາລະນະສຸກ ຈະເພີ່ມທະວີການເຄື່ອນໄຫວຂອງຄະນະຊີ້ນຳປ້ອງກັນ, ຕ້ານໂລກລະບາດ; ຊີ້ນຳພະແນກສາທາລະນະສຸກ, ສູນການແພດສຳຮອງ, ບັນດາໂຮງໝໍ ແລະ ບັນດາຫົວໜ່ວຍກະກຽມພື້ນຖານດ້ານວັດຖຸ, ຢາເຄມີ, ເຄື່ອງຈັກ, ເຄື່ອງວັດຖຸອຸປະກອນ ແລະ ຊັບພະຍາກອນມະນຸດເພື່ອຮັບມືກັບໂລກລະບາດ. ພ້ອມກັນນັ້ນເພີ່ມທະວີການສົມທົບກັບບັນດາອົງການມີໜ້າທີ່ຮັບຜິດຊອບຢູ່ດ່ານສາກົນເພື່ອຕິດຕາມກວດກາຄົນ, ສັດ, ຍານພາຫະນະ ແລະ ສິນຄ້າເຂົ້າເມືອງຜ່ານດ່ານແຫ່ງຕ່າງໆ. ເມື່ອຄົ້ນພົບກໍລະນີສົງໃສວ່າຕິດໂລກລະບາດຕິດແປດຈະດຳເນີນການກວດພະຍາດ, ແຍກຕົວອອກ ແລະ ນຳໃຊ້ບັນດາມາດຕະການປ້ອງກັນ, ຕ້ານຢ່າງທັນການເພື່ອຈຳກັດບໍ່ໃຫ້ພະຍາດແຜ່ລາມອອກ./.