ປ່ອຍກ່ຳປັ່ນບໍລິການນ້ຳມັນອາຍແກັດທັນສະໄໝທີ່ສຸດຂອງຫວຽດນາມລົງທະເລສຳເລັດຜົນ
(ກ່ຳປັ່ນບໍລິການນຳ້ມັນອາຍແກັດ PSV 3300)
(vovworld) - ຕອນຄ່ຳວັນທີ 10/05, ບໍລິສັດຕໍ່ກ່ຳປັ່ນ ຮ້າລອງ, ກວາງນິງ ໄດ້ຈັດພິທີປ່ອຍກ່ຳປັ່ນບໍລິການນຳ້ມັນອາຍແກັດ PSV 3300 ລົງທະເລສຳເລັດຜົນ. ນີ້ແມ່ນກ່ຳປັ່ນລຳທຳອິດທີ່ໄດ້ຕໍ່ສຳເລັດຢູ່ຫວຽດນາມ. ກ່ຳປັ່ນ PSV 3300 ແມ່ນກ່ຳປັ່ນຊະນິດຮັບໃຊ້ໃຫ້ແກ່ຮ້ານເຈາະນ້ຳມັນອາຍແກັດສະເພາະຢູ່ທະເລ, ກ່ຳປັ່ນມີນຳ້ໜັກ 1500 ໂຕນ, ບັນຈຸໄດ້ 3500 ໂຕນ. ກ່ຳປັ່ນໄດ້ຮັບການຜະລິດຕາມໃບສັ່ງຊື້, ອອກແບບ ແລະ ຕິດຕາມກວດກາໂດຍບໍລິສັດ Damen ໂຮນລັງ. ເລື່ອງຕໍ່ກ່ຳປັ່ນ ແລະ ປ່ອຍກ່ຳປັ່ນບໍລິການນ້ຳມັນອາຍແກັດລຳທຳອິດຂອງຫວຽດນາມ ລົງທະເລສຳເລັດຜົນແມ່ນການຮ່ວມມືກັບໂຮນລັງ ທີ່ພວມປະກອບສ່ວນເພີ່ມທະວີທີ່ຕັ້ງຂອງຂະແໜງຕໍ່ກ່ຳປັ່ນຫວຽດນາມ ໃນແຜນທີ່ສາກົນ.