ກຳປັ່ນລາດຕາເວັນ DN 2000
(ພາບ:baotintuc.vn)
(TTXVN)- ຕອນເຊົ້າວັນທີ 23/10 ຕາມເວລາທ້ອງຖິ່ນ, ຢູ່ຫາຍຟອງ, ໂຮງງານ Z189 (ກົມໃຫ່ຍອຸດສາຫະກຳ, ກະຊວງປ້ອງກັນປະເທດຫວຽດນາມ) ໄດ້ດຳເນີນການປ່ອຍກຳປັ່ນຕຳຫຼວດທະເລຫວຽດນາມ DN 2000 ລົງທະເລ. ກຳປັ່ນ DN 2000 ມີພາລະໜ້າທີ່ລາດຕາເວັນ, ກວດກາ, ປະຕິບັດກົດໝາຍ, ຕ້ານອາດຊະຍາກຳບົນທະເລ ແລະ ຊອກຫາກູ້ໄພກູ້ຊີບ, ຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍໃນບັນດາເຂດນ່ານທະເລຫວຽດນາມ. ກຳປັ່ນລຳດັ່ງກ່າວໂດຍບໍລິສັດ Damen ຂອງໂຮນລັງ ເປັນຜູ້ອອກແບບ ແລະ ຖ່າຍຖອດເຕັກໂນໂລຊີພາຍຫຼັງການຕໍ່ກຳປັ່ນມາເປັນເວລາເກືອບ 20 ເດືອນ. ກຳປັ່ນມີລວງຍາວ 90 ແມັດ, ລະດັບຄວາມໄວ 15 ໄມທະເລ/ຊົ່ວໂມງດ້ວຍເວລາເດີນທະເລຕະຫຼອດ 40 ວັນ ແລະ ຄືນໂດຍບໍ່ພັກເຊົາ.