ປະກອບຄຳຄິດຄຳເຫັນໃສ່ຮ່າງລັດຖະທຳມະນູນສະບັບປັບປຸງ
(ພາບປະກອບ)
(vovworld) - ວັນທີ 29/01, ຢູ່ຮ່າໂນ້ຍ, ກຳມາທິການການຕ່າງປະເທດສະພາແຫ່ງຊາດຫວຽດນາມ ໄດ້ຈັດ “ກອງປະຊຸມປະກອບຄຳຄິດຄຳເຫັນໃສ່ຮ່າງປັບປຸງລັດຖະທຳມະນູນປີ 1992” ດ້ວຍການເຂົ້າຮ່ວມຂອງບັນດາພະນັກງານອາວຸໂສ, ສະມາຊິກກຳມາທິການ ການຕ່າງປະເທດ ແລະ ບັນດາຜູ້ເຮັດວຽກງານຄົ້ນຄວ້າ. ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ປະກອບຄຳຄິດຄຳເຫັນກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງຂົງເຂດພົວພັນຕ່າງປະເທດຄື: ການຫັນແນວທາງການຕ່າງປະເທດໃນຮ່າງປັບປຸງລັດຖະທຳມະນູນປີ 1992 ເປັນລະບອບກົດໝາຍ; ພື້ນຖານດ້ານທິດສະດີ ແລະ ພຶດຕິກຳຕົວຈິງຂອງການປັບປຸງ, ເພີ່ມເຕີ່ມສິດໃຫ້ສັດຕະຍາບັນສິດທິສັນຍາ, ຄວາມສອດຄ່ອງ ລະຫວ່າງບັນດາຂໍ້ກຳນົດກ່ຽວກັບສິດທິມະນຸດໃນຮ່າງປັບປຸງລັດຖະທຳມະນູນປີ 1992 ດ້ວຍບັນດາສັນຍາສາກົນທີ່ກ່ຽງຂ້ອງເຖິງສິດທິມະນຸດເຊິ່ງຫວຽດນາມ ໄດ້ລົງນາມ ຫຼື ເຂົ້າຮ່ວມ; ບົດບາດຂອງສະພາແຫ່ງຊາດ ແລະ ການຈັດແບ່ງວຽກງານ, ການສົມທົບລະຫວ່າງສະພາແຫ່ງຊາດ, ປະທານປະເທດ, ລັດຖະບານໃນການປະຕິບັດນະໂຍບາຍການຕ່າງປະເທດຂອງລັດ. ນອກຈາກນັ້ນ, ບັນດາຜູ້ແທນຍັງປະກອບຄຳຄິດຄຳເຫັນກ່ຽວກັບຫຼາຍບັນຫາອື່ນອີກໃນຮ່າງລັດຖະທຳມະນູນສະບັບປັບປຸງ ກໍຄືທາງດ້ານວິສາການສ້າງລັດຖະທຳມະນູນ ເພື່ອແນໃສ່ປະກອບສ່ວນຍົກສູງຄຸນນະພາບຮ່າງປັບປຸງລັດຖະທຳມະນູນປີ 1992 ໃຫ້ແທດເໝາະກັບຄວາມຮຽກຮ້ອງຕ້ອງການ ແລະ ສະພາບຕົວຈິງແຫ່ງການພັດທະນາຂອງປະເທດຊາດໃນໄລຍະໃໝ່.
ໃນການປະກອບຄຳຄິດຄຳເຫັນກ່ຽວກັບຮ່າງປັບປຸງລັດຖະທຳມະນູນປີ 1992 ທີ່ພວມໄດ້ຮັບການຜັນຂະຫຍາຍ, ມາດຕາທີ 5 ຂອງຮ່າງລັດຖະທຳມະນູນສະບັບປັບປຸງກ່ຽວກັບການສືບຕໍ່ຢືນຢັນບັນຫາຊົນເຜົ່າ ແລະ ມະຫາສາມັກຄີທົ່ວປວງຊົນທັງຊາດມີທີ່ຕັ້ງຍຸດທະສາດ ແລະ ຍາວນານ ກໍໄດ້ຮັບການປະກອບຄຳຄິດຄຳເຫັນຫຼາຍຢ່າງ. ທ່ານ ລູ່ວັນແກ, ອະດີດປະທານສະພາຊົນເຜົ່າໄດ້ຖືວ່າ ລັດຖະທຳມະນູນກຳນົດໄດ້ວ່າ “ຫວຽດນາມແມ່ນປະເທດທີ່ມີຫຼາຍຊົນເຜົ່າ, ບັນຫາຊົນເຜົ່າ ແລະ ສາມັກຄີລະຫວ່າງບັນດາເຜົ່າມີທີ່ຕີຕັ້ງຍຸດທະສາດອັນໃຫຍ່ຫຼວງ ແລະ ຍາວນານ” ແລະ ຕ້ອງຢືນຢັນວ່າ ລັດຮັບປະກັນປະຕິບັດນະໂຍບາຍພັດທະນາເຂດຊົນເຜົ່າຢ່າງຮອບດ້ານ, ໝັ້ນຄົງ, ທ່ານກ່າວວ່າ.
“ຕ້ອງຍົກສູງໜ້າທີ່ຮັບຜິດຊອບຂອງລັດໃນວຽກງານຮັບປະກັນການປະຕິບັດ ແລະ ສ້າງເງື່ອນໄຂເພື່ອໃຫ້ບັນດາຊົນເຜົ່າພ້ອມກັນພັດທະນາ. ບັນດາເຜົ່າສ່ວນໜ້ອຍຕ້ອງເສີມຂະຫຍາຍກຳລັງພາຍໃນເພື່ອພັດທະນາ, ແກ້ໄຂແນວຄິດຄອຍຖ້າເພິ່ງພາອາໄສແຕ່ຂັ້ນເທິງ. ຮັດແຄບຊ່ອງຫວ່າງລະຫວ່າງຄວາມຮັ່ງມີ ແລະ ທຸກຍາກເທື່ອລະກ້າວ. ກຳນົດບັນດາຫຼັກການພື້ນຖານໃນນະໂຍບາຍຊົນເຜົ່າຂອງພັກ ແລະ ລັດເຮົາ, ເຮັດໄດ້ຄືແນວນັ້ນແມ່ນດີພໍສົມຄວນ, ແທດເໝາະກັບສະພາບຕົວຈິງ; ຖ້າຫາກຜູ້ໃດປະຕິບັດບໍ່ດີ ຫຼື ບໍ່ປະຕິດບັດໜຶ່ງໃນບັນດາຫຼັກການດັ່ງກ່າວ ແມ່ນລະເມີດນະໂຍບາຍຊົນເຜົ່າ ແລະ ຈະກໍຜົນຮ້າຍຢ່າງໜັກໜ່ວງ”.