ປະກາດບັນຊີລາຍຊື່ຜູ້ອອກສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ XV 868 ທ່ານ

(VOVWORLD) -ມີ 203 ທ່ານອອກສະໝັກຮັບເລືອກຕັ້ງໂດຍສູນກາງແນະນຳ; 655 ທ່ານໂດຍທ້ອງຖິ່ນແນະນຳ, ເຊິ່ງບັນລຸອັດຕາຜູ້ອອກສະໝັກຮັບເລືອກຕັ້ງ 1,74 ທ່ານຕໍ່ກັບຜູ້ທີ່ໄດ້ຮັບການເລືອກຕັ້ງທ່ານໜຶ່ງ.
ປະກາດບັນຊີລາຍຊື່ຜູ້ອອກສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ XV 868 ທ່ານ - ảnh 1(ທ່ານເລຂາທິການໃຫຍ່ສະພາແຫ່ງຊາດ ບຸຍວັນເກື່ອງ)

ທີ່ກອງປະຊຸມຖະແຫຼງຂ່າວໃນຕອນບ່າຍວັນທີ 27 ເມສາ, ສະພາເລືອກຕັ້ງແຫ່ງຊາດຫວຽດນາມ ໄດ້ປະກາດບັນຊີລາຍຊື່ 868 ທ່ານອອກສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຫວຽດນາມ ຊຸດທີ XV ຢູ່ 184 ຫົວໜ່ວຍເລືອກຕັ້ງໃນທົ່ວປະເທດ ເພື່ອເລືອກເອົາສະມາຊິກສະພາແຫ່ງຊາດຊຸດທີ XV ຈຳນວນ 500 ທ່ານ. ໃນນັ້ນມີ 203 ທ່ານອອກສະໝັກຮັບເລືອກຕັ້ງໂດຍສູນກາງແນະນຳ; 655 ທ່ານໂດຍທ້ອງຖິ່ນແນະນຳ, ເຊິ່ງບັນລຸອັດຕາຜູ້ອອກສະໝັກຮັບເລືອກຕັ້ງ 1,74 ທ່ານຕໍ່ກັບຜູ້ທີ່ໄດ້ຮັບການເລືອກຕັ້ງທ່ານໜຶ່ງ. ຜູ້ອອກສະໝັກຮັບເລືອກຕັ້ງເພດຍິງມີ 393 ທ່ານ; ຜູ້ອອກສະໝັກຮັບເລືອກຕັ້ງເປັນຊາວເຜົ່າສ່ວນໜ້ອຍແມ່ນ 185 ທ່ານ; ຜູ້ອອກສະໝັກຮັບເລືອກຕັ້ງບໍ່ເປັນສະມາຊິກພັກແມ່ນ 74 ທ່ານ; ຜູ້ອອກສະໝັກຮັບເລືອກຕັ້ງຄືນ ເຊິ່ງແມ່ນສະມາຊິກສະພາແຫ່ງຊາດຊຸດທີ XIV 205 ທ່ານ. ຜູ້ອອກສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດມີອາຍຸສະເລ່ຍແມ່ນ 46 ປີ.

        ໃນບັນຊີລາຍຊື່ຜູ້ອອກສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ XV 868 ທ່ານມີຜູ້ອອກສະໝັກເລືອກຕັ້ງເອງຈຳນວນ 9 ທ່ານ.

ຕອບກັບ

ຂ່າວ/ບົດ​ອື່ນ