ປະກາດປື້ມປົກຂາວປີ2017ແງ່ຫວັງສັນຍາການຄ້າເສລີEU-ຫວຽດນາມ
ການປະຊຸມຂ່າວພາຍຫລັງພິທີປະກາດປື້ມປົກຂາວ
|
(vovworld)- ຕອນເຊົ້າວັນທີ 2/3 ຢູ່ ຮ່າໂນ້ຍ, ສະຫະສະມາຄົມວິສາຫະກິດເອີລົບ ປະຈຳຫວຽດນາມ (Euro Cham) ແລະ ຫ້ອງການການຄ້າ ອຸດສາຫະກຳຫວຽດນາມ ໄດ້ສົມທົບກັນຈັດຕັ້ງພິທີປະກາດປື້ມປົກຂາວປີ 2017 ແງ່ຫວັງສັນຍາການຄ້າເສລີ EU-ຫວຽດນາມ. ນີ້ແມ່ນຄັ້ງທີ 9 ປື້ມປົກຂາວໄດ້ຮັບການປະກາດ, ເພື່ອແນໃສ່ສະຫນອງບັນດາຂໍ້ມູນຂ່າວສານ, ອັບເດັດສະພາບການເສດຖະກິດ, ສະພາບການດຳເນີນທຸລະກິດ ແລະ ນິຕິກຳຢູ່ຫວຽດນາມ ປະຈຸບັນ. ສິ່ງທີ່ເປັນຫນ້າສົນໃຈໃນຫນ້າປົກຂາວປີ 2017 ແມ່ນສະຫງວນໝວດຫນຶ່ງເພື່ອເຕື້ອງເຖິງສັນຍາການຄ້າເສລີ ລະຫວ່າງ ສະຫະພາບເອີລົບ ແລະ ຫວຽດນາມ, ການປະຕິບັດ ແລະ ການກະທົບຂອງສັນຍານີ້ເຖິງການເຄື່ອນໄຫວດຳເນີນທຸລະກິດຢູ່ຫວຽດນາມ. ທ່ານ ຫວູຕຽນລົກ, ປະທານຫ້ອງການການຄ້າ ອຸດສາຫະກຳຫວຽດນາມ ໃຫ້ຮູ້ວ່າ:
“ສັນຍາການຄ້າເສລີ EU ຫວຽດນາມ ແມ່ນຄວາມຫວັງໃຫຍ່ຂອງຫວຽດນາມ, ດ້ວຍເລື່ອງເປີດຊ່ອງທາງບຸລິມະສິດທຳອິດໃຫ້ແກ່ສິນຄ້າສົ່ງອອກຂອງຫວຽດນາມ ເຂົ້າຕະຫລາດອັນກວ້າງໃຫຍ່ຂອງ 28 ປະເທດສະມາຊິກ ກໍຄືສ້າງໄມ້ງັດທີ່ສຳຄັນໃຫ້ແກ່ວິວັດການປະຕິຮູບລະບອບລະບຽບການເສດຖະກິດຢູ່ພາຍໃນປະເທດຜ່ານບັນດາມາດຕະຖານສູງກ່ຽວກັບບັນດາບັນຫາຫລັກການພາຍໃນເສັ້ນຊາຍແດນ. ເພື່ອໃຫ້ສັນຍາດັ່ງກ່າວປະກົດຜົນເປັນຈິງໂດຍໄວ ຄວນສືບຕໍ່ປະຕິຮູບລະບອບລະບຽບການຢ່າງແຮງ, ໃນນັ້ນ ມີເລື່ອງເປັນເຈົ້າການຫັນບາງຄຳໝັ້ນສັນຍາລະບອບລະບຽບການໃນສັນຍາການຄ້າເສລີ EU- ຫວຽດນາມໃຫ້ປະກົດຜົນເປັນຈິງ.”