ປະກາດປຶ້ມປົກຂາວ ກ່ຽວກັບເຕັກໂນໂລ ຢີຂໍ້ມູນຂ່າວສານ ແລະ ສື່ສານຫວຽດນາມ ປີ 2012
ການເຄື່ອນໄຫວກ່ຽວກັບເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ສື່ສານຢູ່ຫວຽດນາມພວມຂະຫຍາຍຕົວຢ່າງແຂງແຮງ ( ພາບ : baomoi .com) |
Vovworld- ວັນທີ 4/9, ຢູ່ຮ່າໂນ້ຍ, ກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມໄດ້ປະກາດປຶ້ມປົກຂາວກ່ຽວກັບເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ສື່ສານຫວຽດນາມປີ 2012. ປຶ້ມປົກຂາວກ່ຽວກັບເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ສື່ສານຫວຽດນາມປີ 2012 ໄດ້ສະໜອງພາບພົດສັງລວມທີ່ແທ້ຈິງກ່ຽວກັບສະພາບການພັດທະນາຂອງຂະແໜງໃນຂົງເຂດຕ່າງໆຄື ພື້ນຖານໂຄງລ່າງ ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ສື່ສານ; ອຸສາຫະກຳ ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ສື່ສານ, ໄປສະນີ, ໂທລະຄົມມະນາຄົມ; ການນຳໃຊ້ ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ສື່ສານ ແລະ ຄວາມປອດໄພດ້ານ ຂໍ້ມູນຂ່າວສານ ....ພິເສດ, ໃນປີ 2012, ຂົງເຂດການກະຈາຍສຽງ - ໂທລະພາບຖືກນຳເຂົ້າປຶ້ມປົກຂາວຢ່າງເປັນທາງການ ແນໃສ່ຢັ້ງຢືນບົດບາດຂອງການກະຈາຍສຽງ - ໂທລະພາບທີ່ມີຕໍ່ການພັດທະນາຂອງຂະແໜງເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ສື່ສານຫວຽດນາມ. ປຶ້ມປົກຂາວກ່ຽວກັບເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ສື່ສານຫວຽດນາມປີ 2012 ຍັງແນະນຳໂດຍສັງເຂບກ່ຽວກັບບົດບາດຂອງຂະແໜງ ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ສື່ສານແມ່ນໂຄງລ່າງເພື່ອພັດທະນນາເສດຖະກິດສັງຄົມອີກດ້ວຍ.