ປະ​ກາດ​ແບບ​ຢ່າງ​ໄວ​ໝຸ່ມ ຫວຽດ​ນາມ ທີ່​ມີ​ຜົນ​ງານ​ດີ​ເດັ່ນ 20 ຄົນ

(VOVWORLD) -    “20 ແບບຢ່າງ ທີ່ຄະນະກຳມະການແນະນຳຄັ້ງທຳອິດ ມີຜົນງານດີເດັ່ນ. ເປັນລາງວັນມອບໃຫ້ ແບບຢ່າງໄວໜຸ່ມ ຫວຽດນາມ ແຕ່ມີຫຼາຍນ້ອງທີ່ມີຜົນງານລະດັບໂລກ. ຍ້ອນແນວນັ້ນ, ນີ້ແມ່ນບັນດາແວ່ນແຍງທີ່ພວກຂ້າພະເຈົ້າຕີລາຄາສູງ. ຄະນະກຳມະການກໍ່ພິຈາລະນາຢ່າງເຄັ່ງຄັດໃນຫຼາຍດ້ານ.."
ປະ​ກາດ​ແບບ​ຢ່າງ​ໄວ​ໝຸ່ມ ຫວຽດ​ນາມ ທີ່​ມີ​ຜົນ​ງານ​ດີ​ເດັ່ນ 20 ຄົນ - ảnh 1ການຖະແຫຼງຂ່າວ (ພາບ: VGP)

ຕອນບ່າຍ ວັນທີ 20 ກຸມພາ, ທີ່ ຮ່າໂນ້ຍ, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ແລະ ຄະນະກຳມະການພິຈາລະນາມອບລາງວັນ “ແບບຢ່າງໄວໝຸ່ມ ຫວຽດນາມ ມີຜົນງານດີເດັ່ນ” ປີ 2023, ໄດ້ດຳເນີນກອງປະຊຸມຖະແຫຼ່ງຂ່າວປະກາດ 20 ລາຍຊື່ຜູ້ເຂົ້າຮ່ວມການຄັດເລືອກທີ່ມີຜົນງານດີເດັ່ນ ໄດ້ເຂົ້າຮອບຄັດເລືອກທາງອອນລາຍ. ຈາກຜູ້ເຂົ້າຄັດເລືອກ 171 ຄົນ, ຄະນະກຳມະການໄດ້ປ່ອນບັດແບບປິດລັບ ເລືອກເອົາຜູ້ເຂົ້າຄັດເລືອກໄດ້ 20 ຄົນ ໃນ 9 ຂົງເຂດ, ລວມມີ: ການຮ່ຳຮຽນ; ຄົ້ນຄ້ວາປະດິດສ້າງ; ອອກແຮງງານທຳການຜະລິດ; ເລີມຕົ້ນທຸລະກິດ; ປ້ອງກັນຊາດ; ຄວາມສະຫງົບ-ຄວາມເປັນລະບຽບຮຽບຮ້ອຍ; ກິລາ; ກິດຈະກຳທາງສັງຄົມ; ສິລະປະ-ວັດທະນະທຳ. ທ່ານເລຂາທິການສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ, ຫວງຽນມິ່ງຈຽດ ໃຫ້ຮູ້ວ່າ:

“20 ແບບຢ່າງ ທີ່ຄະນະກຳມະການແນະນຳຄັ້ງທຳອິດ ມີຜົນງານດີເດັ່ນ. ເປັນລາງວັນມອບໃຫ້ ແບບຢ່າງໄວໜຸ່ມ ຫວຽດນາມ ແຕ່ມີຫຼາຍນ້ອງທີ່ມີຜົນງານລະດັບໂລກ. ຍ້ອນແນວນັ້ນ, ນີ້ແມ່ນບັນດາແວ່ນແຍງທີ່ພວກຂ້າພະເຈົ້າຕີລາຄາສູງ. ຄະນະກຳມະການກໍ່ພິຈາລະນາຢ່າງເຄັ່ງຄັດໃນຫຼາຍດ້ານ, ຄື: ລະດັບການແຜ່ກະຈາຍຄວາມຮັບຜິດຊອບຕໍ່ຊຸມຊົນ, ການເຂົ້າຮ່ວມຂອງນ້ອງໆໄວໜຸ່ມຕໍ່ກັບການພັດທະນາຕົນເອງ, ກໍ່ຄືກັບການສົ່ງຜົນກະທົບຂອງເຂົາເຈົ້າຕໍ່ກັບຊາວໜຸ່ມ ແລະ ທົ່ວສັງຄົມ”.

ຕອບກັບ

ຂ່າວ/ບົດ​ອື່ນ