ປະ​ກາດ​ໃຊ້ແຜນ​ການ​ເຄື່ອນ​ໄຫວ​ຂອງ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ​ກ່ຽວ​ກັ​ບ​ລັດ​ຖະ​ບານ​ເອ​ເລັກ​ໂຕ​ນິກປີ 2020

(VOVWORLD) -ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກ, ປະທານຄະນະກຳມະການແຫ່ງຊາດກ່ຽວກັບລັດຖະບານເອເລັກໂຕນິກຫາກໍ່ປະກາດໃຊ້ແຜນການເຄື່ອນໄຫວຂອງຄະນະກຳມະການນີ້ປີ 2020. 
ປະ​ກາດ​ໃຊ້ແຜນ​ການ​ເຄື່ອນ​ໄຫວ​ຂອງ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ​ກ່ຽວ​ກັ​ບ​ລັດ​ຖະ​ບານ​ເອ​ເລັກ​ໂຕ​ນິກປີ 2020 - ảnh 1

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມລັດຖະບານດ້ວຍ E-Cabinet ໃນວັນທີ 26 ເມສາ 2019 (ພາບ: TTXVN)

ຕາມນັ້ນແລ້ວ, ກ່ຽວກັບການກໍ່ສ້າງແມ່ນປັບປຸງລະບອບລະບຽບການໃຫ້ສົມບູນແບບໃນໄຕມາດ I/2020, ບັນດາສະມາຊິກຄະນະກຳມະການໄດ້ສຳເລັດການປະກອບຄຳເຫັນໃສ່ແຜນຮ່າງມາດຕະການເຊື່ອມຕໍ່, ແບ່ງປັນຂໍ້ມູນ, ສ້າງໂຄງປະກອບພື້ນຖານໂຄງລ່າງເຕັກໂນໂລຢີຂໍ້ມູນຂ່າວສານຄືນໃໝ່ຢູ່ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນແລະບັນຊີລາຍຊື່ບັນດາພື້ນຖານໃຊ້ຮ່ວມກັນຂອງລັດຖະບານເອເລັກໂຕນິກ.ໄຕມາດທີ II/2020, ບັນດາສະມາຊິກຄະນະກຳມະການຈະສຳເລັດການປະກອບຄຳເຫັນໃສ່ຮ່າງມະຕິວ່າດ້ວຍການຮັກສາຂໍ້ມູນສ່ວນຕົວ, ໄຕມາດທີ III/2020, ຈະສຳເລັດການປະກອບຄຳເຫັນກ່ຽວກັບຍຸດທະສາດພັດທະນາລັດຖະບານເອເລັກໂຕນິກໄລຍະ 2021 – 2025, ກຳນົດທິດຮອດປີປີ 2030.

ສ່ວນການສ້າງພື້ນຖານເຕັກໂນໂລຢີພັດທະນາລັດຖະບານເອເລັກໂຕນິກແລະບັນດາລະບົບຂໍ້ມູນຂ່າວສານປ່ຽນແປງໃໝ່ແບບວິທີການເຮັດວຽກ, ຮັບໃຊ້ປະຊາຊົນ, ວິສາຫະກິດປີ2020. ໄຕມາດທີ III/2020, ບັນດາສະມາຊິກສຳເລັດການປະກອບຄຳເຫັນກ່ຽວກັບການສ້າງລະບົບປຶກສາຫາລືດ້ານນະໂຍບາຍ, ເອກະສານນິຕິກຳ.

ຕອບກັບ

ຂ່າວ/ບົດ​ອື່ນ