ປະຊາຄົມຊາວຫວຽດນາມພົບປະ, ແລກປ່ຽນ ດ້ານວັນນະຄະດີ ຍີ່ປຸ່ນ

ປະຊາຄົມຊາວຫວຽດນາມພົບປະ, ແລກປ່ຽນ ດ້ານວັນນະຄະດີ ຍີ່ປຸ່ນ - ảnh 1
ພາບປະກອບ

(vovworld) - ວັນ​ທີ 15/4, ສະໂມ​ສອນອະດີດ​ນັກ​ສຶກສາ​ຫວຽດນາມ ຢູ່ຍີ່​ປຸ່ນ ​ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນ, ​ເຊີນ ທ່ານ ສາດສະດາຈານ Dao Huu Dung ມາ​ໂອ້​ລົມ​ກ່ຽວ​ກັບ​ວັນນະຄະດີ​ຍີ່​ປຸ່​ນ ຢູ່ ຫໍ​ວັດທະນະທຳ​ອາຊີ ຢູ່​ນະຄອນຫຼວງໂຕ​ກຽວ. ສາດສະ​ດາ​ຈານ Dao Huu Dung ​ໄດ້​ປັນ​ລະ​ຍາຍ​ກ່ຽວ​ກັບການ​ຄົ້ນ​ຄ້ວາ​​ວັນນະຄະດີ, ປະຫວັດສາດ​ຍີ່​ປຸ່​ນຂອງ​ຕົນ. ສາດສະ​ດາ​ຈານ Dao Huu Dung ກໍ​ໄດ້​ແນະນຳ​ບັນ​ດາ​ກິດຈະກຳ​ຄົ້ນ​ຄ້ວາ​ກ່ຽວ​ກັບ​ວັດທະນະທຳ, ປະຫວັດສາດ ຍີ່​ປຸ່​ນຂອງ​ນັກ​ຄົ້ນ​ຄ້ວາ, ນັກ​ແປພາສາ​ອື່ນ​ຈຳນວນ​ໜຶ່ງ. ທ່ານ Do Van Trung, ​ເລຂາ​ທີ 1 ຮັບຜິດຊອບ​ດ້ານ​ວັດທະນະທຳ, ສຶກສາ​ຂອງ​ສະຖາ​ທູດ​ຫວຽດນາມ​ປະຈຳ​ຍີ່​ປຸ່​ນ ຫວັງ​ວ່າ, ສດ Dao Huu Dung ສືບ​ຕໍ່​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້້າເຂົ້າ​​ໃນການ​ເຄື່ອນ​ໄຫວ​ຕ່າງໆ​ເພື່ອ​ຊຸກຍູ້​ການ​ພົບ​ປະ​ແລກປ່ຽນ​ວັ​ດທະນະ​ທຳ​ປະຊາຊົນ​ລະຫວ່າງ​ຫວຽດນາມ ​ແລະ ຍີ່​ປຸ່​ນ, ປະກອບສ່ວນ​ເພີ່​ມທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ ​ແລະ ນ້ຳ​ໃຈ​ມິດຕະພາບລະຫວ່າງ​ປະຊາຊົນ 2 ປະ​ເທດ.

ຂ່າວ/ບົດ​ອື່ນ