ແມ່ພີນ້ອງຊາວຫວຽດນາມອາໄສຢູ່ ໂມໂຣໂກ ເຂົ້າຮ່ວມການພົບປະ ສ້າງສັນເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີມະເມຍ 2014
(ພາບ: vnexpress)
|
(vovworld)- ຕອນຄ່ຳວັນທີ 29/1, ຢູ່ສະຖານທູດຫວຽດນາມປະຈຳມົດສະກູແຫ່ງສະຫະພັນລັດເຊຍ, ພໍ່ແມ່ພີນ້ອງຊາວຫວຽດນາມອາໄສຢູ່ສະຫະພັນລັດເຊຍພ້ອມດ້ວຍບັນດາຜູ້ແທນສະມາຄົມຕ່າງໆ, ບັນດາວິສາຫະກິດ ໄດ້ມີຄວາມປິຕິຊົມຊື່ນເຂົ້າຮ່ວມບັນດາການເຄື່ອນໄຫວປະຈຳປີ, ພົບປະສ້າງສັນເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີມະເມຍ 2014. ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳສະຫະພັນລັດເຊຍ ຝ້າມຊວນເຊີນໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຢ່າງໃຫຍ່ຫຼວງຂອງພໍ່ແມ່ພີນ້ອງຊາວຫວຽດນາມອາໄສຢູ່ສະຫະພັນລັດເຊຍໃນການເຄື່ອນໄຫວວຽກງານ, ຮ່ຳຮຽນໃນປີ 2013 ທີ່ຜ່ານມາ. ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳສະຫະພັນລັດເຊຍ ຝ້າມຊວນເຊີນ ກ່າວວ່າ :
“ ອາດເວົ້າໄດ້ວ່າ ເມື່ອໄດ້ເຫັນປະຈັກຕາຮູບພາບປະຊາຄົມຊາວຫວຽດນາມອາໄສຢູ່ສະຫະພັນລັດເຊຍ ຄືໃນປະຈຸບັນ, ຂ້າພະເຈົ້າຊົມເຊີຍ ແລະ ຕີລາຄາສູງບັນດາຄວາມມານະພະຍາຍາມຂອງບັນດາສະມາຄົມ, ບັນດາວິສາຫະກິດ, ບັນດານັກສຶກສາຫວຽດນາມໃນການຮ່ຳຮຽນ ແລະ ສູ້ຊົນຂອງຕົນ. ປີທີ່ຜ່ານມາກໍແມ່ນປີທີ່ໜ້າປະທັບໃຈຕໍ່ຂະບວນການຮ່ຳຮຽນຂອງນັກສຶກສາ, ຊາວໜຸ່ມຫວຽດນາມ” .
ໃນຂະນະດຽວກັນ, ຢູ່ສີລັງກາ, ອາຟະລິກາໃຕ້, ມາຣົກ, ອານເຢຣີ, ໂມໂຣໂກ, ປະຊາຄົມຊາວຫວຽດນາມອາໄສຢູ່ປະເທດເຫຼົ່ານັ້ນ ກໍມີຄວາມຟົດຟື້ນມ່ວນຊື່ນຕ້ອນຮັບ ບຸນປີໃໝ່ປະຈຳຊາດ ປີມະເມຍ 2014 ເຊັ່ນດຽວກັນ.