ປະຊາຄົມຊາວຫວຽດນາມອາໄສຢູ່ຫລາຍປະເທດໃນໂລກຕ້ອນຮັບບຸນເຕັດຢ່າງເບີກບານມ່ວນຊື່ນ
ສະຖານທູດຫວຽດນາມ ປະຈຳຍີ່ປຸ່ນ ຈັດລາຍການຕ້ອນຮັບບຸນເຕັດ
ປີກະລາ 2017
|
(vovworld)- ຕອນຄ່ຳວັນທີ 21/1, ລາຍການ ຕ້ອນຮັບບຸນເຕັດອວຍພອນລະດູບານໃຫມ່ປີລະກາ 2017 ໄດ້ດຳເນີນໄປຢູ່ສະຖານທູດຫວຽດນາມ ປະຈຳໂຕກຽວ. ລາຍການດັ່ງກ່າວໄດ້ນຳມາໃຫ້ຄວາມຮູ້ສຶກກ່ຽວກັບລະດູບານໃຫມ່ຢູ່ຫວຽດນາມໃຫ້ແກ່ຊາວຫວຽດນາມ ທີ່ຫ່າງໄກກັບບ້ານເກີດເມືອງນອນ. ແລະກໍໃນຕອນຄ່ຳວັນດຽວກັນ, ສະຖານທູດຫວຽດນາມ ປະຈຳ ອົດສະຕາລີ ກໍໄດ້ຈັດງານພົບປະສັງສັນເນື່ອງໃນໂອກາດຕ້ອນຮັບບຸນເຕັດປີລະກາ 2017. ທ່ານເລືອກແທງງີ້, ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອົດສະຕາລີ ໄດ້ຢືນຢັນວ່າ: ບັນດາຜົນງານຊື່ງຫວຽດນາມ ຍາດມາໄດ້ມີການປະກອບສ່ວນຂອງຊາວຫວຽດນາມ ອາໄສຢູ່ ອົດສະຕາລີ ພ້ອມກັບການຮ່ວມມື ແລະ ຫນູນຊ່ວຍອັນລ້ຳຄ່າຈາກປະຊາຄົມສາກົນ. ຢູ່ນະຄອນຫລວງ Pretoria, ສະຖານທູດຫວຽດນາມ ແລະ ບັນດາອົງການຜູ້ຕາງຫນ້າຫວຽດນາມ ປະຈຳ ອາຟຼິກາໃຕ້ ໄດ້ຈັດຕັ້ງພິທີຕອ້ນຮັບລະດູບານໃຫມ່ປີລະກາ 2017 ໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ ອາຟຼິກາໃຕ້.