ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດຕ້ອນຮັບບຸນເຕັດປີຈໍ2018

(VOVWORLD) -ຕອນຄ່ຳວັນທີ 6 ກຸມພາ, ສະຖານທູດຫວຽດນາມ ປະຈຳ ກຳປູເຈຍ ໄດ້ຈັດຕັ້ງລາຍການຕ້ອນຮັບບຸນເຕັດປີຈໍ 2018. ກ່າວຄຳເຫັນນະທີ່ນີ້, ທ່ານ ຫວູກວາງມີງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ກຳປູຈຍ ໄດ້ທົບທວນຄືນບັນດາຜົນງານສຳຄັນຂອງປະເທດຊາດທີ່ບັນລຸໄດ້ໃນປີ 2017 ຜ່ານມາ ກໍ່ຄືການພົວພັນລະຫວ່າງຫວຽດນາມ ແລະ ກຳປູເຈຍ. 
ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດຕ້ອນຮັບບຸນເຕັດປີຈໍ2018 - ảnh 1ຊາວຫວຽດນາມອາໄສຢູ່ກຳປູເຈຍ ຕ້ອນຮັບບຸນເຕັດປີຈໍ 2018 

ສຳລັບປະຊາຄົມຊາວຫວຽດນາມ ອາໄສ ຢູ່ ກຳປູເຈຍ, ທ່ານ ເອກອັກຄະລັດຖະທູດ ຫວູກວາງມີງ ໄດ້ຢືນຢັນວ່າ ຊາວຫວຽດນາມ ອາໄສ ຢູ່ ກຳປູເຈຍ ແມ່ນປະຊາຄົມທີ່ມີມູນເຊື້ອປະຕິວັດ, ມີການປະກອບສ່ວນຢ່າງຫລວງຫລາຍໃຫ້ແກ່ການຕໍ່ຕ້ານອັນຍິ່ງໃຫຍ່ສອງຄັ້ງຂອງປະເທດຊາດກໍຄືຄວາມສາມັກຄີ, ມິດຕະພາບລະຫວ່າງສອງປະເທດ. ທ່ານເອກອັກຄະລັດຖະທູດສະເຫນີພໍ່ແມ່ປະຊາຊົນຊາວຫວຽດນາມ ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ສາມັກຄີ ບືນຕົວຂຶ້ນສ້າງຊີວິດການເປັນຢູ່ເປັນໃຫ້ປົກກະຕິ ແລະ ເສີມຂະຫຍາຍບົດບາດແມ່ນຂົວຕໍ່ໃຫ້ຄວາມສາມັກຄີ, ມິດຕະພາບລະຫວ່າງສອງປະເທດ.

        ຢູ່ລາຊະອານາຈັກ ອັງກິດ, ຕອນຄ່ຳວັນທີ 5 ກຸມພາ, ທີ່ ມະຫາວິທະຍາໄລ West of England ຢູ່ ນະຄອນ Bristol ໄດ້ຈັດລາຍການຕ້ອນຮັບບຸນເຕັດ Show ຕ້ອນຮັບລະດູບານໃຫມ່ປີ 2018.

ຕອບກັບ

ຂ່າວ/ບົດ​ອື່ນ