ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ອາ​ເມ​ລິ​ກາ ມີ​ບົດ​ບາດ​ເປັນ​ຂົວ​ເຊື່ອມ​ຕໍ່​ໃນ​ການ​ພົວ​ພັນ​ລະ​ຫວ່າ​ງ​ສອງ​ປະ​ເທດ

(VOVWORLD) -ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ໄດ້ຮັບຮູ້ບັນດາຄຳເຫັນຢ່າງຈິງໃຈ, ກົງໄປກົງມາ, ສຸດຈິດສຸດໃຈຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ. ທ່ານກໍ່ໃຫ້ຮູ້ວ່າ, ບັນດາຂໍ້ສະເໜີຂອງ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຈະໄດ້ມອບໃຫ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງເພື່ອຄົ້ນຄ້ວາ, ພິຈາລະນາ
ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ອາ​ເມ​ລິ​ກາ ມີ​ບົດ​ບາດ​ເປັນ​ຂົວ​ເຊື່ອມ​ຕໍ່​ໃນ​ການ​ພົວ​ພັນ​ລະ​ຫວ່າ​ງ​ສອງ​ປະ​ເທດ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສຢູ່ເຂດຝັ່ງຕາເວັນອອກ ປະເທດອາເມລິກາ 

ເນື່ອງໃນໂອກາດປະຕິບັດງານຢູ່ ອາເມລິກາ, ວັນທີ 14 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ພົບປະກັບຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສຢູ່ເຂດຝັ່ງຕາເວັນອອກ ປະເທດອາເມລິກາ. ທ່ານນາຍົກລັດຖະມົນຕີ ສະແດງຄວາມເຫັນອົກເຫັນໃຈກັບພໍ່ແມ່ປະຊາຊົນ ເມື່ອຢູ່ໄກຈາກບ້ານເກີດເມືອງນອນ, ປະເທດຊາດ, ທ່ານກໍ່ສະແດງຄວາມຂອບອົກຂອບໃຈຕໍ່ການປະກອບສ່ວນຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຕໍ່ປະເທດຊາດ ແລະ ປະກອບສ່ວນເພີ່ມພູນຄູນສ້າງການພົວພັນລະຫ່ວາງ ຫວຽດນາມ ແລະ ອາເມລິກາ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ພັກ ແລະ ລັດ ຍາມໃດກໍ່ຢັ້ງຢືນວ່າ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແມ່ນພາກສ່ວນທີ່ບໍ່ສາມາດຕັດແຍກອອກຈາກວົງຄະນະຍາດບັນດາເຜົ່າຫວຽດນາມ ໄດ້.

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ໄດ້ຮັບຮູ້ບັນດາຄຳເຫັນຢ່າງຈິງໃຈ, ກົງໄປກົງມາ, ສຸດຈິດສຸດໃຈຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ. ທ່ານກໍ່ໃຫ້ຮູ້ວ່າ, ບັນດາຂໍ້ສະເໜີຂອງ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຈະໄດ້ມອບໃຫ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງເພື່ອຄົ້ນຄ້ວາ, ພິຈາລະນາ. ທ່ານກໍ່ຮຽກຮ້ອງໃຫ້ສະຖານທູດ ຫວຽດນາມ ປະຈຳ ອາເມລິກາ ສືບຕໍ່ປະຕິບັດວຽກງານຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃຫ້ເປັນຢ່າງດີ.

    ປັດຈຸບັນ, ມີຊາວຫວຽດນາມ ປະມານ 5,3 ລ້ານຄົນພວມອາໄສຢູ່ຕ່າງປະເທດ, ໃນນັ້ນປະຊາຄົມຊາວຫວຽດນາມ ອາໄສຢູ່ອາເມລິກາແມ່ນຫຼາຍທີ່ສຸດດ້ວຍ 2,2 ລ້ານຄົນ ແລະ ມີອາຊີບ, ອາຍຸ ແລະ ຊົນເຜົ່າເປັນຫຼາຍຮູບແບບທີ່ສຸດ. ພິເສດ, ຖັນແຖວປັນຍາຊົນ, ນັກທຸລະກິດເປັນຈຳນວນຫຼາຍ ໄດ້ເຂົ້າຮ່ວມ, ປະກອບສ່ວນເຂົ້າໃນອຳນາດການປົກຄອງ ແລະ ວັດທະນະທຳຂອງ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ