ປະຊາຄົມສາກົນມານະພະຍາຍາມປະຕິບັດສັນຍາ Paris ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ

(VOVWORLD) - ວັນທີ 02 ທັນວາ, ຜູ້ຕາງໜ້າທີ່ມາຈາກເກືອບ 200 ປະເທດໃນໂລກໄດ້ເຕົ້າໂຮມກັນຢູ່ນະຄອນ Katowice ຂອງ ແຟງລັງ ເພື່ອເຂົ້າຮ່ວມກອງປະຊຸມບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງສະຫະປະຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຄັ້ງທີ 24 (COP 24).
ປະຊາຄົມສາກົນມານະພະຍາຍາມປະຕິບັດສັນຍາ Paris ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ  COP 24 ຢູ່ Katowice, ແຟງລັງ, ພາບ: AFP/TTXVN 

ເນື້ອໃນຕົ້ນຕໍຂອງກອງປະຊຸມຄັ້ງນີ້ ແມ່ນປຶກສາຫາລື ເພື່ອອາດຈະຮັບຮອງເອົາໂຄງການດຳເນີນງານສ້າງເສັ້ນທາງປະຕິບັດສັນຍາ Paris ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ເຊິ່ງໄດ້ລົງນາມໃນປີ 2015. ບັນດາປະເທດຈະຕ້ອງເຫັນດີຕໍ່ປະມວນຫຼັກການທີ່ອາດສາມາດຍອມຮັບໄດ້ສຳລັບທັງໝົດ 183 ປະເທດ ເຊິ່ງໄດ້ໃຫ້ສັດຕະຍາບັນສັນຍາ Paris 2015.

        ກ່ອນນີ້ 3 ປີ, ທີ່ນະຄອນຫລວງ Paris ຂອງ ຝຣັ່ງ, ບັນດາປະເທດໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະມານະພະຍາຍາມຈຳກັດລະດັບເພີ່ມຂຶ້ນຂອງອຸນຫະພູມທົ່ວໂລກຢູ່ໃນລະດັບ 2 ອົງສາ C ແລະ ປອດໄພກ່ວາແມ່ນຫລຸດລົງເຫຼືອພຽງ 1,5 ອົງສາ C ເທົ່ານັ້ນ. ບັນດາປະເທດຮັ່ງມີກໍ່ໃຫ້ຄຳໝັ້ນສັນຍາວ່າຈະ ປະກອບ 100 ຕື້ USD/ປີ ຮອດປີ 2020 ເພື່ອຊ່ວຍບັນດາປະເທດກຳລັງພັດທະນາຮັບມືກັບສະພາບອຸ່ນຂຶ້ນຂອງໜ່ວຍໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ