ປະຊາຄົມຫວຽດນາມ ອາໄສຢູ່ອົດສະຕາລີ ຕ້ອນຮັບບຸນເຕັດປີຊວດ 2020 ຢ່າງຟົດຟື້ນມ່ວນຊື່ນ

(VOVWORLD) -ໃນບັນຍາກາດອົບອຸ່ນ, ຄົບໜ້າພໍຕາ ແລະ ຜາສຸກນັ້ນ, ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ທີ່ນີ້ ພ້ອມກັບເພື່ອນມິດສາກົນໄດ້ສະແດງຄວາມປິຕິຊົມຊື່ນ, ມີຄວາມເປັນກຽດ ແລະ ຕື້ນຕັນໃຈເມື່ອໄດ້ເຂົ້າຮ່ວມການພົບປະ.

ປະຊາຄົມຫວຽດນາມ ອາໄສຢູ່ອົດສະຕາລີ ຕ້ອນຮັບບຸນເຕັດປີຊວດ 2020 ຢ່າງຟົດຟື້ນມ່ວນຊື່ນ - ảnh 1 ປະຊາຄົມຫວຽດນາມ ອາໄສຢູ່ອົດສະຕາລີ ຕ້ອນຮັບບຸນເຕັດປີຊວດ 2020

(ພາບ: TTXVN)

ວັນທີ 04 ມັງກອນ, ສະຖານທູດຫວຽດນາມ ປະຈຳອົດສະຕາລີ ໄດ້ຈັດລາຍງານຕ້ອນຮັບບຸນເຕັດປີຊວດ ໃຫ້ປະຊາຄົມຊາວຫວຽດນາມ ປະຈຳອົດສະຕາລີ ແລະ ເພື່ອນມິດສາກົນເຂົ້າຮ່ວມເປັນຈຳນວນຫຼາຍ . ໃນບັນຍາກາດອົບອຸ່ນ, ຄົບໜ້າພໍຕາ ແລະ ຜາສຸກນັ້ນ, ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ທີ່ນີ້ ພ້ອມກັບເພື່ອນມິດສາກົນໄດ້ສະແດງຄວາມປິຕິຊົມຊື່ນ, ມີຄວາມເປັນກຽດ ແລະ ຕື້ນຕັນໃຈເມື່ອໄດ້ເຂົ້າຮ່ວມການພົບປະ. ເພື່ອມິດສາກົນໄດ້ຕີລາຄາສູງການພົວພັນອັນດີງາມລະຫວ່າງຫວຽດນາມ ແລະ ອົດສະຕາລີ, ສະແດງຄວາມເຊື່ອໝັ້ນວ່າ ການພົວພັນ 2 ຝ່າຍສືບຕໍ່ໄດ້ຮັບຜົນສຳເລັດໃໝ່ຫຼາຍຢ່າງກວ່າອີກ. ແຂກຖືກເຊີນໄດ້ຮັບບັນດາເຍື່ອງອາຫານທີ່ເປັນມູນເຊື້ອຂອງທັງ 3 ພາກຫວຽດນາມ ເມື່ອງໃນໂອກາດບຸນເຕັດວຽນມາຄື: ເຂົ້າຕົ້ມ, ຢໍ່ໝູ, ແນມຈືນ, ພ້ອມກັນນັ້ນແມ່ນຮັບຊົມບັນດາລາຍການສະແດງສິລະປະ, ການຟ້ອນສິງໂຕ ໂດຍບັນດານັກສິລະປິນ ແລະ ພໍ່ແມ່ຊາວຫວຽດນາມ ສະແດງ.

ຕອບກັບ

ຂ່າວ/ບົດ​ອື່ນ