ປະຊາຄົມອາຊຽນສ້າງຕັ້ງໃນປີ2015ແລະຂີດໝາຍການປະກອບສ່ວນຂອງຫວຽດນາມ
(ທ່ານຮອງນາຍົກລັດຖະມົນຕີ,
ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຟ້າມບິງມິງ)
(vovworld) - ເນື່ອງໃນໂອກາດກອງປະຊຸມຂັ້ນສູງອາຊຽນ ຄັ້ງທີ 27 ເຊິ່ງດຳເນີນຫວ່າງແລ້ວນີ້ ຢູ່ນະຄອນຫຼວງ ກົວລາລຳເປີ, ປະເທດມາເລເຊຍ, ດ້ວຍເລື່ອງປະກາດສ້າງຕັ້ງ ປະຊາຄົມອາຊຽນ ໃນວັນທີ 31/12/2015 ຢ່າງເປັນທາງການ. ວັນທີ 29/11, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຟ້າມບິງມິງ ໄດ້ມີບົດຂຽນດ້ວຍຫົວຂໍ້ວ່່າ “ປະຊາຄົມອາຊຽນ ໄດ້ຮັບການສ້າງຕັ້ງໃນປີ 2015 ແລະ ຂີດໝາຍການປະກອບສ່ວນຂອງຫວຽດນາມ”. ບົດຂຽນໄດ້ເນັ້ນໜັກວ່າ, ພາຍຫຼັງ 48 ປີແຫ່ງວັນສ້າງຕັ້ງ, ວັນທີ 22/11/2015, ການນຳຂອງ 10 ປະເທດສະມາຊິກອາຊຽນ ໄດ້ລົງນາມໃນເອກະສານປະຫວັດສາດ ຖະແຫຼງການສ້າງຕັ້ງປະຊາຄົມອາຊຽນ 2015. ນີ້ແມ່ນຂີດໝາຍປະຫວັດສາດ, ຮັບຮູ້ໄລຍະທາງແຫ່ງການສູ້ສົນຢ່າງບໍ່ຮູ້ອິດ ຮູ້ເມື່ອຍຂອງອາຊຽນ, ພ້ອມທັງກະກຽມພື້ນຖານ, ການກຳນົດທິດ ແລະ ຂອບເຂດການເຄື່ອນໄຫວໃຫ້ອາຊຽນ ກ້າວເຂົ້າສູ່ໄລຍະໃໝ່.
ທ່ານຮອງນາຍົກລັດຖະມົນຕີ ຟ້າມບິງມິງ ຢັ້ງຢືນວ່າ, ປະຊາຄົມອາຊຽນ 2015 ໄດ້ຮັບການສ້າງຕັ້ງ ບໍ່ພຽງແຕ່ມີຄວາມໝາຍສຳຄັນຍິ່ງສຳລັບພາກພື້ນເວົ້າລວມເທົ່ານັ້ນ ຫາກສຳລັບຫວຽດນາມເວົ້າສະເພາະອີກດ້ວຍ, ຄວາມໝາຍດັ່ງກ່າວໄດ້ທະວີຄູນຂຶ້ນທົບຫຼາຍເທົ່າ ຍ້ອນກົງກັບໂອກາດຫວຽດນາມ ເຂົ້າເປັນສະມາຊິກອາຊຽນ ຄົບຮອບ 20 ປີ (1995 - 2015). ປະຊາຄົມອາຊຽນ ໄດ້ຮັບການສ້າງຕັ້ງຢ່າງເປັນທາງການ ຈະນຳອາຊຽນ ກ້າວເຂົ້າສູ່ໄລຍະພັດທະນາໃໝ່, ມີຄວາມຂະຫຍັນຂັນເຄື່ອນກວ່າ ແລະ ແທດຈິງກວ່າ. ອາຊຽນ ໜຶ່ງທີ່ຮ່ວມສຳພັນຢ່າງເລິກເຊິ່ງ, ກວ້າງຂວາງ, ແນ່ນອນວ່າ ຈະສືບຕໍ່ນຳມາເຊິ່ງຜົນປະໂຫຍດຢ່າງໃຫຍ່ຫຼວງ ແລະ ແທດຈິງກວ່າ ໃຫ້ບັນດາປະເທດສະມາຊິກ ແລະ ພາກພື້ນ. ສືບຕໍ່ປະຕິບັດຕາມກຳນົດທິດເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບກວ່າ, ຫວຽດນາມ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອອະນາຄົດຂອງປະຊາຄົມອາຊຽນ ສາມັກຄີ ແລະ ໝັ້ນຄົງເຂັ້ມແຂງ.