ປະຊາຄົມໂລກຄັດຄ້ານຈີນມີການເຄື່ອນໄຫວດ້ານການທະຫານຢູ່ທະເລຕາເວັນອອກ

ປະຊາຄົມໂລກຄັດຄ້ານຈີນມີການເຄື່ອນໄຫວດ້ານການທະຫານຢູ່ທະເລຕາເວັນອອກ - ảnh 1
ພາບຈາກດາວທຽມສະແດງໃຫ້ເຫັນວ່າ ຈີນ ມີຄວາມສາມາດຫຼາຍຢ່າງວ່າພວມຈັດຕັ້ງລະບົບຣາດາໃນ
ກາະ ເຈົາວຽນ (ພາບ: CSIS)

(vovworld) –  ​ໃນ​ບົດ​ກ່າວ​ປາ​ໄສ​ທີ່​ໄດ້​ຍົກ​ອອກ​ມາ​ຢູ່​ນອກ​ການ​ພົບ​ປະ​ກັບທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຈີນ ຫວ໋າງ​ອີ ຢູ່​ນະຄອນຫຼວງ ວໍ​ຊິງ​ຕັນ, ​ໃນ​ວັນ​ທີ 23/2, ທ່ານ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ John Kerry ຖະ​ແຫຼ​ງວ່າການ​ເຄື່ອນ​ໄຫວ​ດ້ານ​ການ​ທະຫານ​​ໃນ​ບັນດາ​ຮາກ​ຖານ​ຢູ່​ທະ​ເລ​ຕາ​ເວັນ​ອອກ ຈະ​ບໍ່​ຊ່ວຍ​ຫຍັງ​ໃຫ້​ບັນດາ​ຄວາມ​ມານະ​ພະຍາຍາມ​ແກ້​ໄຂ​ການ​ຂັດ​ແຍ້​ງກ່ຽວ​ກັບອະທິປະ​ໄຕ​ຢູ່​ເຂດ​ນີ້. ຖະ​ແຫຼ​ງການ​ຂອງ​ທ່ານ Kerry ​ໃນ​ການ​ອະ​ພິປາຍ​ຕໍ່ໜ້າ​ກຳມາ​ທິການ​ການ​ຕ່າງປະ​ເທດ ສະພາ​ສູງ ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ: ວໍ​ຊິງ​ຕັນ “ສົ່ງ​ເສີມ​ການແກ້​ໄຂ​ບັນດາ​ຄຳຖະ​ແຫຼ​ງປະກາດອະທິປະ​ໄຕ​ທີ່​ຊ້ອນກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໂດຍ​ສັນ​ຕິວິທີ, ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ​ຈຸດໝາຍ​ໜຶ່ງຍາກ​ທີ່​ບັນລຸ​ໄດ້ ​ດ້ວຍ​ການ​ກະທຳ​ດ້ານ​ການ​ທະຫານ​ຢູ່​ຮາກ​ຖານ​ຕ່າງໆ​ຢູ່​ເຂດ​ທະ​ເລ​ນີ້”.

        ​​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທ່ານ​ John McCain, ປະທານ​ກຳມາ​ທິການ​ກຳລັງ​ທະຫານ​ຂອງ​ສະພາ​ສູງ, ສະມາ​ຊິກ​ສະພາ​ສູງ​ສັງກັດ​ພັກ ສາທາລະນະ, ​ໄດ້​ຕຳ​ນິຕິ​ຕຽນວິທີການ​ປະພຶດ​ຂອງ ຈີນ​ຢູ່​ພາກ​ພື້ນ ອາຊີ - ປາຊີ​ຟິກ. ສ່ວນທ່ານ Jack Reed, ​ສະມາຊິກ​ສະພາ​ສູງ​ອັນ​ດັບ​ໜຶ່ງ​ຂອງ​ພັກ​ປະຊາທິປະ​ໄຕ ຢູ່ ກຳມາ​ທິການ​ກຳລັງ​ທະຫານ​ຂອງ​ສະພາ​ສູງ ຕີ​ລາຄາ​ຢ່າງ​ຈະ​ແຈ້ງວ່າ: ຈີນ ບໍ່​ມີ​​​ເຈດ​ຈຳນົງ​ສວມ​ບົດບາດ​​ເປັນ “ຝ່າຍ​ໜຶ່ງມີ​ຄວາມ​ຮັບຜິດ​ຊອບ” ຢູ່ ອາຊີ - ປາຊີ​ຟິກ.

ວັນ​ທີ 24/2, ໜັງສືພິມ​ສະບັບ​ຕ່າງໆ​ຂອງ ​ເຢຍລະ​ມັນ ​ໄດ້​ຕຳ​ນິຕິ​ຕຽນ ຈີນ ​ເຮັດ​ໃຫ້​ສະພາບ​ຄວາມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປິນຂັ້ນ​ໄດ ​ເມື່ອນຳ​ເຮືອ​ບິນ​ສູ້​ຮົ​ບ​ໄປ​ຍັງ​ເກາະ ຟູ໋ເລີມ ຂຶ້ນ​ກັບ​ໝູ່​ເກາະ ຮ່ວາງ​ຊາ ຂ​ອງ ຫວຽດນາມ. ໜັງສືພິມ “ຮູບ​ພາບ Frankfurt” ຖື​ວ່າ: ອຳນາດ​ການ​ປົກຄອງ ປັກ​ກິ່ງ ​ໄດ້​ສ້າງບັນດາ​ປັດ​ໄຈ​ໃໝ່​ໃນ​ການ​ຂັດ​ແຍ້​ງກ່ຽວ​ກັບອະທິປະ​ໄຕ​ຢູ່​ທະ​ເລ​ຕາ​ເວັນ​ອອກ ດ້ວຍ​ການ​ຈັດ​ສົ່ງ​ບັນດາ​ເຮືອບິນ​ສູ້​ຮົບ​​ໄປ​ຍັງ​ເກາະ ຟູ໋​ເລີມ.

        ​​ແລະ​ກໍ​​ໃນ​ວັນ​ດຽວ​ກັນ, ໜັງສືພິມ “ຍຸກ​ສະ​ໄໝ” (die Zeit) ​ໄດ້​ຄັດ​ສະ​ເໜີ​ແຫຼ່ງຂ່າວ​ຂອງ​ອາ​ເມ​ລິ​ກາ ​ໂດຍ​​ໃຫ້​ຮູ້​ວ່າ: ຈີນ ​ໄດ້​ສົ່ງ​ເຮືອບິນຂັບ​ໄລ່ ​ເຖິງ​ເກາະ​ຟູ໋​ເລີມ ​ແລະ ຈັດ​ສົ່ງ​ລູກ​ສອນ​ໄຟ​ໜ້າດິນຍິງ​ສູ່ອາກາດ​​ໄປ​ຍັງ​ເກາະ​ແຫ່ງ​ນີ້. ໜັງສືພິມ​ສະບັບ​ນີ້​ຖື​ວ່າ: ການ​ພົວພັນ​ລະຫວ່າງ ອາ​ເມ​ລິ​ກາ ​ແລະ ຈີນ ພວ​ມ​ເຄັ່ງ​ຕຶງ ຂຶ້ນຍ້ອນ​​ຄວາມ​ມັກ​ໃຫຍ່​ໄຝ່​ສູງ​ຂອງ​ປັກ​ກິ​ງ ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

 

 


ຂ່າວ/ບົດ​ອື່ນ